ວັນ​ທີ 14 ມິ​ຖຸ​ນາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ Shehbaz Sharif ພ້ອມ​ກັນ​ຖະ​ແຫຼງວ່າ ອາ​ເມ​ລິ​ກາ ແລະ ອີຣານ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ, ເປີດ​ເສັ້ນ​ທາງ​ໃຫ້​ແກ່​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ເປັນ​ເວ​ລາກວ່າ 3 ເດືອນ​ຜ່ານ​ມາ ແລະ ຄ່ອຍໆ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ໃນ​ການ​ເດີນ​ເຮືອນ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ເປັນ​ປົກ​ກະ​ຕິ.

ໃນ​ສື່​ສັງ​ຄົມ​ອອນ​ໄລ Truth Social, ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໃຫ້​ຮູ້​ວ່າ ຂໍ້​ຕົກ​ລົງ​ກັບ ອີ​ຣານ ໄດ້​ສຳ​ເລັດ​ ແລະ ອະ​ນຸ​ຍາດ​ເປີດ​ຊ່ອງ​ແຄມ​ທະ​ເລ ຄືນ​ໃໝ່ ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ການ​ເດີນ​ເຮືອ​ສາ​ກົນ, ພ້ອມ​ທັງ​ຍົກ​ເລີດ​ຄຳ​ສັ່ງ​ປິດ​ລ້ອມ​ການ​ທະ​ຫານ​ຂອງ ອາ​ເມ​ລິ​ກາ ສຳ​ລັບ​ອີ​ຣານ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຢັ້ງ​ຢືນ​ວ່າ ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່​ກັບ​ອີ​ຣານ ຈະ​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ທົ່ວ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ກໍ່ເນັ້ນ​ໜັກ​ວ່າ​ການ​ເປີດ​ຊ່ອງ​ແຄບ​ທະ​ເລ ຄືນ​ໃໝ່​ພາຍຫຼັງ​ຂໍ້​ຕົກ​ລົງ​ໄດ້​ຮັບ​ການ​ລົງ​ນາມ​ຈະ​ຊ່ວຍ​ຟື້ນ​ຟູ​ກະ​ແສ​ນ້ຳ​ມັນ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ບໍ່​ພຽງ​ແຕ່​ໃຫ້​ພາກ​ພື້ນ​ເທົ່າ​ນັ້ນ​ຫາກ​ຍັງ​ເສດ​ຖະ​ກິດ​ທົ່ວ​ໂລກ​ອີກ​ດ້ວຍ.

ແລະ​ກໍ່​ໃນ​ຈ​ຸດ​ເວ​ລາ​ດຽວ​ກັນ, ທ່ານ​ Shehbaz Sharif ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ ກໍ່​ຢັ້ງ​ຢືນ​ສອງ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ, ລວມ​ມີ​ການ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ໃນຫຼາຍ​ບັ້ນ​ຮົບ​ຢ່າງ​ທັນ​ທີ ແລະ ຕະຫຼອດ​ໄປ, ໃນ​ນັ້ນ​ມີ​ລີ​ບັງ. ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shehbaz Sharif ແລ້ວ, ພິ​ທີ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ຄາດ​ວ່າ​ຈະ​ດຳ​ເນີນ​ຢູ່​ສະ​ວິດ​ໃນ​ວັນ​ທີ 19 ມິ​ຖຸ​ນາ, ໃນ​ບັນ​ດາ​ການ​ປຶກ​ສາ​ຫາ​ລື.

ວັນ​ທີ 15 ມິ​ຖຸ​ນາ, ອີ​ຣານ ໄດ້​ປະ​ກາດ​ສິ້​ນ​ສຸດ​ການ​ປະ​ທະ​ກັນ​ກັບ​ອາ​ເມ​ລິ​ກາ. ຕາມ​ນັ້ນ​ແລ້ວ, ການ​ປະ​ທະ​ກັນ​ຈະ​ສິ້ນ​ສຸດ​ໃນ​ທຸກ​ບັ້ນ​ຮົບ ແລະ ຄຳ​ສັ່ງ​ປິດ​ລ້ອມ​ດ້ານ​ການ​ທະ​ຫານ​ຂອງ ອາ​ເມ​ລິ​ກາ ໃນ​ຕອນ​ຄ່ຳ​ວັນ​ທີ 14 ມິ​ຖຸ​ນາ.