ພາຍຫຼັງ​ເຫດ​ການກໍ່​ການ​ຮ້າຍ​ວັນ​ທີ 11 ກັນ​ຍາ ເປັນ​ເວ​ລາ 25 ປີ, ວັ​ນ​ທີ 9 ກໍ​ລະ​ກົດ, ນະ​ຄອນ ນິວຢອກ ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ຕຶກ​ອາ​ຄານຫຼັງ​ສຸດ​ທ້າຍ ໃນ​ແຜນ​ການກໍ່​ສ້າງ​ສູນ​ກາ​ນ​ຄ້າ​ໂລກ​ທັງ​ໝົດ​ຄືນ​ໃໝ່​ (World Trade Center) ​ຢ່າງ​ເປັນ​ທາງ​ການ ຢູ່​ເຂດ Manhattan.

ກິດ​ຈະ​ກຳ​ໂດຍກຸ່ມ​ບໍ​ລິ​ສັດ American Express ລົງ​ທຶນເພື່ອ​ເປັນ​ສຳ​ນັກ​ງານ​ທົ່ວ​ໂລກ​ແຫ່ງ​ໃໝ່. ຕາມ​ການ​ອອກ​ແບບ, ຕຶກ​ອາ​ຄານນີ້​​ສູງ 55 ຊັ້ນ, ມີ​ເນື້ອ​ທີ່​ປະ​ມານ 186.000 m², ເມື່ອກໍ່​ສ້າງ​ສຳ​ເລັດ​ໃນ​ປີ 2031, ນີ້​ຈະ​ແມ່ນ​ສຳ​ນັກ​ງານ​ໃໝ່​ຂອງ​ພາ​ລະ​ກອນກຸ່ມ​ບໍ​ລິ​ສັດ American Express ປະ​ມານ 10.000 ຄົນ, ພ້ອມ​ທັງ​ແມ່ນສູນ​ການ​ຄ້າຫຼັງ​ສຸດ​ທ້າຍ​ໄດ້​ຮັບ​ການກໍ່​ສ້າງ​ຂຶ້ນ ໃນ​ສູນ​ລວມ​ການ​ຄ້າ​ໂລກ​ໃໝ່.

ກ່າວຄຳ​ເຫັນ​ທີ່ພິ​ທີ ເລີ່ມ​ລົງ​ມືກໍ່​ສ້າງ, ທ່ານ Zohran Mamdani ເຈົ້າ​ຄອງ ນະ​ຄອນ ນິວຢອກ ໃຫ້​ຮູ້​ວ່າ: ໂຄງ​ການ​ຈະ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ມານ 3.200 ຄົນ​ໃນ​ຂົງ​ເຂດກໍ່​ສ້າງ ແລະ ປະ​ກອບ​ສ່ວນ​ເກືອບ 6 ຕື້ USD ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ນະ​ຄອນ.