ສື່ມວນຊົນແຫ່ງລັດ ອີຣານ ຢັ້ງຢືນມີເຫດລະເບີດຄັ້ງໃຫຍ່ເກີດຂຶ້ນຢູ່ບັນດາເຂດແຄມຝັ່ງທະເລ ໃນອ່າວ ເປີເຊຍ, ຊ່ອງແຄບທະເລ Hormuz ຫຼາຍຄັ້ງ. ໃນນັ້ນ, ສຳນັກຂ່າວສານ Mehr ໃຫ້ຮູ້ວ່າ ອາວຸດ ອາເມລິກາ ໄດ້ຍິງຖືກບັນດາເປົ້າໝາຍໃນເກາະ Qeshm, ໃກ້ກັບຊ່ອງແຄບທະເລ Hormuz, ໃນນັ້ນ ມີໝູ່ບ້ານ Masan. ເຂດທ່າກ່ຳປັ່ນ Bandar Abbas ທີ່ຢູ່ໃກ້ຊ່ອງແຄບທະເລດັ່ງກ່າວ ກໍຖືກດັກໂຈມຕີ ດ້ວຍບັນດາລູກສອນໄຟຂອງ ອາເມລິກາ, ໂດຍເກີດມີສຽງລະເບີດແຮງຢ່າງດຸເດືອດຫຼາຍເທື່ອ. ນອກຈາກນັ້ນແລ້ວ, ກໍມີຂໍ້ມູນເຜີຍໃຫ້ຮູ້ວ່າ ມີຢ່າງໜ້ອຍສຸດ 6 ເຫດລະເບີດຄັ້ງໃຫຍ່ເກີດຂຶ້ນຢູ່ນະຄອນ Hamidiyeh, ແຂວງ Khuzestan, ທາງທິດຕາເວັນຕົກສ່ຽງໃຕ້ ອີຣານ.
ບ໊າທີ - ນັກຂ່າວ VOV ປະຈຳ ອີຢິບ
