ທ່ານ​ Elbridge Colby ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສົງ​ຄາມ​ອາ​ເມ​ລິ​ກາ ພວມ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຈຳ​ນວນ​ໜຶ່ງ, ລວມ​ມີ ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ, ໄທ ແລະ ກຳ​ປູ​ເຈຍ, ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖາ​ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຍາວ​ນານ​ໃນ​ພາກ​ພື້ນ.

ໃນ​ຖະ​ແຫຼງ​ການທີ່​ຍົກ​ອອກ​ມາ​ໃນ​ວັນ​ທີ 11 ສິງ​ຫາ, ທ່ານ Sjafrie Sjamsoeddin ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກັບ ​ທ່ານ Elbridge Colby ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສົງ​ຄາມ ​ອາ​ເມ​ລິ​ກາ ຢູ່​ນະ​ຄອນຫຼວງ ຈາ​ກາ​ຕາ. ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ບາດ​ກ້າວ​ລະ​ອຽດ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ອິນ​ໂດ​ເນ​ເຊຍ - ອາ​ເມ​ລິ​ກາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາຍ​ລະອຽດ​ຂອງ​ບັນ​ດາ​ບັນ​ຫາທີ່ໄດ້​ປຶກ​ສາ​ຫາ​ລື​ໃນ​ກອງ​ປະ​ຊຸມ ​ບໍ່ໄດ້​ເປີດເຜີຍເທື່ອ.

ຖະ​ແຫຼງ​ການ​ຂອງ​ສ​ະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຈາ​ກາ​ຕາ ເນັ້ນ​ໜັກ​ວ່າ ການ​ໄປຢ້ຽມ​ຢາມ​​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງທ່ານ​ຮອງ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ສົງ​ຄາມ ໄດ້ເປັນການຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາ ໃນ​ການ​ສ້າງ​ພື້ນ​ຖານ​ສັນ​ຕິ​ພາບອັນ​ຍາວ​ນານ​ຢູ່​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່ ​ຟີ​ລິບ​ປິນ ໃນ​ວັນ​ທີ 10 ສິງ​ຫາ, ທ່ານຮອງ​ລັດ​ຖະ​ມົນ​ຕີ Elbridge Colby ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ພວມຢາກ​ປັບ​ປຸງ​ຖາ​ນະ​ຕຳ​ແໜ່ງ​ຢູ່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ ​ອິນ​ເດຍ - ປາ​ຊີ​ຟິກ ແລະ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັບ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ມື​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.