​ຕາມແຈ້ງການ​ໃນ​ສື່​ສັງ​ຄົມ​ອອນ​ໄລ X ໃນຮຸ່ງ​ເຊົ້າ​ວັນ​ທີ 14 ກໍ​ລະ​ກົດ​ແລ້ວ, ກອງ​ບັນ​ຊາ​ການ​ທະ​ຫານ​ສູນ​ກາງ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ (CENTCOM) ໃຫ້​ຮູ້​ວ່າ, ກຳ​ລັງ​ ອາ​ເມ​ລິ​ກາ ຢູ່​ພາກ​ພື້ນ ຫາ​ກໍ່​ປຸກ​ລະ​ດົມ​ບັ້ນ​ບຸກ​ໂຈມ​ຕີ​ຄັ້ງ​ໃໝ່ເລັ່ງ​ໃສ່ ອີ​ຣານ ເປັນ​ຄືນ​ທີ 3 ຕິດ​ຕໍ່​ກັນ. ບັ້ນ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ ເພື່ອ​ແນ​ໃສ່​ໂຕ້​ຕອບ​ເລື່ອງ ອີ​ຣານ ຍິງ​ປືນ​ໃສ່​ກ່ຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz. CENTCOM ຢັ້ງ​ຢືນ​ວ່າ ສິ່ງ​ດັ່ງ​ກ່າວຈະ​ສືບ​ຕໍ່​ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ໃຫ້​ແກ່​ບັນ​ດາ​ກຳ​ລັງ​ ອີ​ຣານ, ເຮັດ​ໃຫ້​ຄວາມ​ສາ​ມາດ​ບຸກ​ໂຈມ​ຕີ​ຂອງ ເຕ​ເຮ​ຣານ ໃສ່​ກ່ຳ​ປັ່ນ​ການ​ຄ້າ ແລະ ກ່ຳ​ປັ່ນ​ພົນ​ລະ​ເຮືອນ ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ຖືກ​ຊຸດ​ໂຊມ​ລົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ເປົ້າ​ໝາຍ​ລະ​ອຽດ​ທີ່​ຖືກ​ເລັ່ງ​ໃສ່​ໃນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ພັດ​ບໍ່​ໄດ້​ເວົ້າ​ເຖິງ.

ວັນ​ທີ 23 ກໍ​ລະ​ກົດ, ທ່ານ António Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ຮຽກ​ຮ້ອງ​ໃຫ້​ ອີ​ຣານ ແລະ ອາ​ເມ​ລິ​ກາ ຮີບ​ເຮັ່ງ​ເຊືອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່; ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ບັນ​ດາ​ຝ່າຍ​ຕ້ອງ​ລະ​ງັບ​ໃຈ​ຢ່າງ​ສຸດ​ຂີດ, ຫຼີກ​ລ້ຽງ​ທຸກ​ການ​ກະ​ທຳ​ທີ່​ພາ​ໃຫ້​ສະ​ພາບ​ການ​ຮ້າຍ​ແຮງກວ່າ​ບໍ່​ສາ​ມາດ​ຄວບ​ຄຸມໄດ້. ​

ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ