ກຳປັ່ນ Agioi Fanendes, ໄດ້ຮັບນ້ຳມັນ diesel ປະມານ 40.000ໂຕນທີ່ມີປະລິມານ ທາດມາດຕ່ຳທີ່ສຸດຢູ່ທ່າກຳປັ່ນ Primorsk ຂອງ ລັດເຊຍໃນວັນທີ 22 ຕຸລາ ແລະ ພວມເດີນທາງໄປຍັງ New York. ຂໍ້ມູນຕິດຕາມການເດີນເຮືອສະແດງໃຫ້ເຫັນວ່າ ຄາດວ່າກຳປັ່ນຈະເຂົ້າທຽບທ່າໃນຕົ້ນເດືອນພະຈິກ, ພາຍຫຼັງການເລືອກຕັ້ງກາງສະໄໝ ອາເມລິກາໃນວັນທີ 3 ພະຈິກ. ນີ້ແມ່ນ ນ້ຳມັນ diesel ງວດທຳອິດຂອງລັດເຊຍ ມຸ່ງໄປເຖິງຕະຫຼາດອາເມລິກາ ຕາມຂໍ້ຕົກລົງໂດຍທ່ານປະທານາທິບໍດີ Donald Trump ປະກາດໃນວັນທີ 9 ຕຸລາ. ກ່ອນໜ້ານັ້ນ, ວໍຊິງຕັນໄດ້ຫ້າມນຳເຂົ້ານ້ຳມັນ diesel ແລະ ບັນດາຜະລິດຕະພັນນ້ຳມັນບໍຂອງ ລັດເຊຍແຕ່ປີ 2022, ພາຍຫຼັງເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ການກະທຳເຊື່ອມຕໍ່ການນຳເຂົ້ານ້ຳມັນ diesel ລັດເຊຍ ໄດ້ດຳເນີນເມື່ອຄ່າເຊື້ອໄຟຢູ່ ອາເມລິກາ ເພີ່ມຂຶ້ນສູງຍ້ອນການຂາດວັກຂາດຕອນແຫຼ່ງສະໜອງຈາກສົງຄາມກັບອີຣານ.
