ແຕ່ວັນທີ 19 – 20 ສິງຫາ, ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ອາເມລິກາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮ່ວາງຢາງ ໄດ້ມີການພົບປະກັບທ່ານ Thomas DiNanno ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ທ່ານ Andrew Baker ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ, ທ່ານ Rick Switzer ຮອງຜູ້ຕາງໜ້າການຄ້າອາເມລິກາ, ທີ່ປຶກຫສາຄວາມໝັ້ນຄົງແຫ່ງຊາດຂອງທ່ານ Cliff Sim ຮອງປະທານາທິບໍດີ , ທ່ານ Hunt VanderToll ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຜູ້ຮັບຜິດຊອບອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ…
ທີ່ການແລກປ່ຽນ, ບັນດາຄູ່ຮ່ວມມືອາເມລິກາ ຢັ້ງຢືນຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ແລະ ສະແດງຄວາມປະເອີບໃຈຕໍ່ແງ່ຫວັງຮ່ວມມືສອງຝ່າຍ. ຝ່າຍອາເມລິກາ ຕີລາຄາສູງ ຄວາມສາມາດໃນການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ພະລັງງານ ແລະ ບັນດາຂະແໜງເສດຖະກິດໃໝ່.
ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບອາເມລິກາ ສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານພັດທະນາເປັນປົກກະຕິ, ແທ້ຈິງ ແລະ ຍາວນານ, ສະເໜີສອງຝ່າຍເພີ່ມທະວີການປະສານສົມທົບຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ເຕັກໂນໂລຢີ, ພະລັງງານ ແລະ ບັນດາຂົງເຂດໃໝ່ໃຫ້ຫຼາຍກວ່າອີກ, ພ້ອມທັງສືບຕໍ່ຮ່ວມມືແກ້ໄຂຜົນຕາມມາຈາກສົງຄາມ.
