ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ກ່ອນ​ທີ່​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອົງ​ການ​ສົນ​ທິ​ສັນ​ຍາ ອັດ​ລັງ​ຕິກ​ເໜືອ (NATO) ຢູ່​ອານ​ກາ​ຣາ (ຕວັກ​ກີ).ວັນ​ທີ 6 ກໍ​ລະ​ກົດ ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ, ​ໄດ້​ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ແງ່​ຫັວງ​ຢຸດ​ຕິ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ, ຖື​ວ່າ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ພວມ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ ແລະ ສັນ​ຕິ​ວິ​ທີ “​ໃກ້ກວ່າ​ຫຼາຍ ກວ່າ​ເມື່ອ​ທຽບ​ໃສ່​ທຸກ​ສິ່ງທີ່​ທຸກ​ຄົນ​ຄິດ”.

ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ໃຫ້​ຮູ້​ວ່າ ອຳ​ນາດ​ການ​ປົກ​ຄອງ​ອາ​ເມ​ລິ​ກາ ພວມ​ຮັກ​ສາ​ການ​ພົບ​ປະ​ກັບ​ທັງ ລັດ​ເຊຍ ແລະ ຢູ​ແກຼນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ວັດ​ການ​ເຈ​ລະ​ຈາ. ຕາມ​ທ່ານ​ແລ້ວ, ທ່ານ Vladimir Putin ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ “ຢາກ​ຢຸດ​ຕິ​ການ​ປະ​ທະ​ກັນ​ນີ້” ແລະ ຝ່າຍ ຢູ​ແກຼນ ກໍ່​ປາດ​ຖະ​ໜາ​ຢາກ​ມີ​ສັນ​ຕິ​ພາບ. ການ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ຂອງ​ການ​ນຳ​ອາ​ເມ​ລິ​ກາ ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ລັ​ດເຊຍ​ເມື່ອ​ທ້າຍ​ອາ​ທິດ​ຜ່ານ​ມາ ໄດ້​ດຳ​ເນີນ​ຢ່າງ​ຈົບ​ງາມ ແລະ ສ້າງ​ພື້ນ​ຖານ​ຕື່ມ​ອີກ​ເພື່ອ​ສືບ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ເນັ້ນ​ໜັກ​ວ່າ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດ​າ​ເນື້ອ​ໃນ​ຈຸດ​ສຸມ​ຂອງ​ໂຄງ​ການ​ດຳ​ເນີນ​ງານ​ຢູ່ກອງ​ປະ​ຊຸມ​ສຸດຍອດ NATO ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 7 – 8 ກໍ​ລະ​ກົດ. ທ່ານ​ຫວັງ​ວ່າ​ການ​ແລກ​ປ່ຽນ​ກັບ​ບັນ​ດາ​ສຳ​ພັນ​ທ​ະ​ມິດ​ຈະ​ປະ​ກອບ​ສ່ວນ​ຊຸ​ກ​ຍູ້​ວິ​ວັດ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ທີ່ໄດ້​ກ້າວ​ເຂົ້າ​ປີ​ທີ 5 ນີ້.