ໃນຖະແຫຼງການ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ຄຳສັ່ງຢຸດຍິງ ຈະສືບຕໍ່ມີຜົນສັກສິດ “ຈົນກວ່າຈະຮອດເມື່ອໃດ” ທີ່ບັນດາການນຳ ແລະ ຜູ້ຕາງໜ້າ ອີຣານ ຍົກອອກ “ຂໍ້ສະເໜີທີ່ເປັນເອກະພາບ” ເພື່ອແນໃສ່ຢຸດຕິການປະທະກັນກັບ ອາເມລິກາ ແລະ ອິດສະຣາແອັນ. ຕາມນັ້ນແລ້ວ, ທ່ານປະທານາທິບໍດີ ອາເມລິກາ ກໍໄດ້ຊີ້ນຳກອງທັບປະເທດນີ້ສືບຕໍ່ຮັກສາການປິດລ້ອມບັນດາທ່າກ່ຳປັ່ນຂອງ ອີຣານ.
ຂໍ້ຕົກລົງຕໍ່ກຳນົດເວລາໄດ້ຍົກອອກມາໃນສະພາບການບັນດາຄວາມມານະພະຍາຍາມທາງການທູດທີ່ພວມປະສົບກັບສິ່ງກີດຂວາງຫຼາຍຢ່າງ. ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ຕ້ອງໂຈະແຜນການເດີນທາງໄປຍັງ ປາກິດສະຖານ ໃນວັນທີ 21 ເມສາ ເພື່ອເຂົ້າຮ່ວມການເຈລະຈາກັບ ອີຣານ. ບັນດາຝ່າຍເປັນກາງໄກ່ເກ່ຍໃນພາກພື້ນ ໂດຍ ປາກິດສະຖານ ນຳໜ້າ ພວມຮີບເຮັ່ງເກ້ຍກ່ອມ ເຕເຮຣານ ເຂົ້າຮ່ວມໂຕະເຈລະຈາ, ໃນຂະນະທີ່ທັງ ວໍຊິງຕັນ ແລະ ເຕເຮຣານ ຕ່າງກໍຍັງບໍ່ທັນມີແຈ້ງການຍົກເລີກບັນດາການປຶກສາຫາລືທີ່ເປັນທາງການເທື່ອ.
