ທ່ານ ເຈືອງກວາງຮ່ວາຍນາມ ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິນເທີ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານນາງ Marie C. Damour ຫົວໜ້າກົງສູນໃຫຍ່ ອາເມລິກາປະຈຳ ນະຄອນ ໂຮ່ຈີມິນ

(ພາບ: Baocantho.com.vn)

ທ່ານ ນາງ Marie C. Damour ໃຫ້ຮູ້ວ່າ: ຕາມແຜນການ, ໃນປີ 2020, ຄະນະກຳມະການຄົ້ນຄ້ວາກະສິກຳຂຶ້ນກັບກະຊວງກະສິກຳ ອາເມລິກາ (USDA ARS) ຈະນຳບັນດານັກຊ່ຽວຊານກ່ຽວກັບກະສິກຳມາຍັງເກິນເທີ, ດຳເນີນການຄົ້ນຄ້ວາສະພາບການປັດຈຸບັນເພື່ອແນໃສ່ໜູນຊ່ວຍແກ້ໄຂບັນດາອຸປະສັກໃນການພັດທະນາກະສິກຳຄື: ຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນກະເສດ, ປົກປັກຮັກສາບັນດາແຫຼ່ງຊັບພະຍາກອນດິນ, ນ້ຳ ແລະ ຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ. ນອກຈາກນັ້ນ, ອາເມລິກາ ຈະສືບຕໍ່ສ້າງບັນດາແຜນການຮ່ວມມືກັບເກິນເທີປະຕິບັດບັນດາໂຄງການ ອາກາດທີ່ປອດໄສ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ ເພື່ອແນໃສ່ເພີ່ມທະວີຄວາມທົນທານຂອງນະຄອນຕໍ່ຜົນກະທົບຂອງການປ່ຽນແປງຈາກດິນຟ້າອາກາດ.