ໃນບົດຂຽນເອົາລົງສື່ສັງຄົມອອນລາຍໃນວັນທີ 28 ສິງຫາ, ທ່ານ Donald Trump ໃຫ້ຮູ້ວ່າ: ອາເມລິກາ ຮັບປະກັນ “ສິດຄວບຄຸມປະລິມານນ້ຳມັນດີບປະມານ 65 ຕື້ຖັງຂອງ ເວເນຊູເອລາ”. ທ່ານຍ້ອງຍໍວ່າ “ນີ້ແມ່ນຂໍ້ຕົກລົງກ່ຽວກັບນ້ຳມັນບໍ່ຫຼາຍກ່ວາໝູ່ໃນປະຫວັດສາດໂລກ” ທີ່ບັນລຸໄດ້ຊື່ງຜູ້ເສຍພາສີ ອາເມລິກາ “ບໍ່ຕ້ອງເສຍບໍ່ວ່າລາຍຈ່າຍໃດໆ”. ຕົວເລກຫຼ້າສຸດໃຫ້ເຫັນວ່າ, ໄລ່ຮອດປີ 2024, ປະລິມານນ້ຳມັນບໍ່ຂອງ ເວເນຊູເອລາ ແມ່ນ 303 ຕື້ຖັງ, ເທົ່າກັບ 17% ທົ່ວໂລກ.
ຄຳປະກາດໄດ້ຍົກອອກມາ ໃນສະພາບການທີ່ຜູ້ບໍລິໂພກ ອາເມລິກາ ຕ້ອງປະເຊີນໜ້າກັບລາຄາພະລັງງານເພີ່ມຂຶ້ນຢ່າງກະໂດດຂັ້ນ ກ່ອນການເລືອກຄັ້ງກາງສະໄໝ. ຕາມສະຫະສະມາຄົມລົດໂອໂຕ ອາເມລິກາ (AAA),, ລາຄານ້ຳມັນສະເລ່ຍຢູ່ ອາເມລິກາ ໃນປະຈຸບັນແມ່ນປະມານ 4,09 USD/ gallon (1,08 USD /ລິດໜຶ່ງ), ເພີ່ມ 27% ເມື່ອທຽບກັບໄລຍະດຍວກັນຂອງປີກາຍ.
