ການປະ​ທະ​ກັນ​ອີກ​ຄັ້ງ​ໜຶ່ງ​ເກີດ​ຂຶ້ນ​ຢູ່​ເຂ​ດ​ອ່າວ​ເປີເຊຍ ລະ​ຫວ່າງກອງ​ທັບ​ອາ​ເມ​ລິ​ກາ ແລະ ກຳ​ລັງ​ອີ​ຣານ. ຕາມ​ບົດ​ລາຍ​ງານ​ຈຳ​ນວ​ນ​ໜຶ່ງ​ແລ້ວ, ການ​ປະ​ທະ​ກັນ​ໄດ້​ດຳ​ເນີນ​ຢ່າງດຸ​ເດືອນ​ທີ່​ສຸດ​ຢູ່​ເຂດ​ຊ່ອງ​ແຄບ​ທະ​ເລ Hormus, ເຊິ່ງ​ແມ່ນ ບ​່ອນ​ເຕ​ເຮ​ຣ​ານ, ຫາ​ກໍ່​ປະ​ກາດ​ຈັດ​ວາງ​ຄຳ​ສັ່ງ​ປິດ​ລ້ອມ​ຄືນ​ໃໝ່.

ຕາມ​ບັນ​ດາ​ແຫຼ່ງ​ຂ່າວ​ທາງ​ການ​ຂອງ ອີ​ຣານ​ແລ້ວ, ມີຫຼາຍ​ສະ​ຖານ​ທີ່​ຢູ່​ເຂດ​ທາງ​ທິດ​ໃຕ້​ຂອງ​ປະ​ເທດ​ນີ້ ຖືກ​ບຸກ​ໂຈມ​ຕີ. ​ເຫດ​ລະ​ເບີດລູກ​ໃຫຍ່​ໄດ້​ເກີດ​ຂຶ້ນ​ຢູ່​ທ່າ​ກຳ​ປັ່ນ Bandar Abbas, ນະ​ຄອນ Minab, ນ​ະ​ຄອນ Sirik, ເກາະ Qeshm ແລະ ເຂດ​ອື່ນໆ​ອີກ​ຈຳ​ນວນ​ໜຶ່ງຢູ່​ອ່າວ​ ເປີເຊຍ. ພ້ອມ​ທັງ, ລະ​ບົບ​ປ້ອງ​ກັນ​ອາ​ກາດ​ກໍ່​ໄດ້​ເລີ່ມ​ເປີດ​ໃຊ້​ງານ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ນະ​ຄອນຫຼວງ ເຕ​ເຮ​ຣານ. ພິ​ເສດ, ຕາມ​ແຫຼ່ງ​ຂ່າວ​ຈຳ​ນວນ​ໜຶ່ງ​ຂອງ​ອີ​ຣານ ໄດ້​ຢັ້ງ​ຢືນ​ວ່​າ​ການ​ປະ​ທະ​ກັນ​ຢ່າງ​​ດຸ​ເດືອນ​ໄດ້​ເກີດ​ຂຶ້​ນ​ລະ​ຫວ່ງ​ກຳ​ລັງ​ອາ​ເມ​ລິ​ກາ ແລະ ອີ​ຣານ​ຢູ່​ເຂດ​ຊ່ອງ​ແຄບ​ທະ​ເລ Hormuz, ເຊິ່ງ​ແມ່ນ​ເສັ້ນ​ທາງ​ການ​ເດີນ​ເຮືອຫຼັກ​ແຫຼ່ງຂອງ​ໂລກ.

ໂດຍ​ໂຕ້​ຕອບ​ບັ້ນ​ບຸກ​ໂຈມ​ຕີ​ຂອງ​ກຳ​ລັງ ອາ​ເມ​ລິ​ກາ, ກອງ​ບັນ​ຊາ​ການ​ສູນ​ກາງກອງ​ທັບ ອີ​ຣານ ໄດ້​ປະ​ກາດ​ປິດ​ຊ່ອງ​ແຄບ​ທະ​ເລ Hormuz. ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອິດ​ສະ​ລາມ ອີ​ຣານ ໄດ້​ປະ​ກາດ​ໄດ້​ບຸກ​ໂຈມ​ຕີ ແລະ ທຳ​ລາຍ 18 ເປົ້າ​ໝາຍ​ການ​ທະ​ຫານ​ສຳ​ຄັນ​ຂອງ​ອາ​ເມ​ລິ​ກາ ຢູ່​ພາກ​ພື້ນ ເພື່ອ​ໂຕ້​ຕອບບັ້ນ​ບຸກ​ໂຈມ​ຕີ​ຂອງ​ອາ​ເມ​ລິ​ກາ ເລັ່ງ​ໃສ່​ອີ​ຣານ ໃນ​ຮຸ່ງ​ເຊົ້າ​ວັນ​ທີ 11 ມິ​ຖຸ​ນາ. ຄຳ​ຖະ​ແຫຼງ​ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ດ​ສະ​ລາມ ອີ​ຣານ ໄດ້​ຢັ້ງ​ຢືນ​ວ່າ ກຳ​ລັງ​ນີ້​ໄດ້​ບຸກ​ໂຈມ​ຕີ​ບັນ​ດາ​ເປົ້າ​ໝາຍ​ດ້າ​ນ​ການ​ທະ​ຫານ​ຂອງ​ອາ​ເມ​ລິ​ກາ​ໃນ​ທົ່ວ​ເຂດ​ອ່າວ​ເປີ​ເຊຍ.