ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ CNBC, ທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ກໍໄດ້ເຕື້ອງເຖິງເລື່ອງ ອາເມລິກາ ມີກົດໝາຍຫ້າມດຳເນີນທຸລະກຳສິນຄ້າທີ່ໄດ້ຜະລິດດ້ວຍແຮງງານຜູ້ຖືກບັງຄັບ, “ໃນຂະນະທີ່ສ່ວນໃຫຍ່ປະເທດອື່ນ ຍັງບໍ່ທັນປະກາດໃຊ້ກົດໝາຍທີ່ຄ້າຍຄືກັນ ຫຼື ປະຕິບັດຂໍ້ກຳນົດໃນປັດຈຸບັນຍັງບໍ່ທັນມີປະສິດທິຜົນເທື່ອ”. ທ່ານ Jamieson Greer ກໍໃຫ້ຮູ້ວ່າ ຄາດວ່າ ວໍຊິງຕັນ ຈະຍົກອອກມາດຕະການໃໝ່ທີ່ມີຄວາມປົກຄຸມສ່ວນຫຼາຍການເຄື່ອນໄຫວດ້ານການຄ້າຂອງ ອາເມລິກາ ໃນໄວໆນີ້, ແຕ່ບໍ່ຍົກໃຫ້ຮູ້ຈຸດເວລາລະອຽດ.
ໜັງສືພິມ Financial Times ໄດ້ຄັດສະເໜີບັນດາແຫຼ່ງຂໍ້ມູນ ໂດຍໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ອາດຈະຈັດວາງອັດຕາພາສີແຕ່ 10 – 12,5% ສຳລັບສິນຄ້າທີ່ນຳເຂົ້າຈາກ 60 ປະເທດ ໃນອາທິດນີ້ ແລະ ຖືວ່າ ບັນດາພື້ນຖານເສດຖະກິດນີ້ ບໍ່ມີມາດຕະການທີ່ສົມເຫດສົມຜົນເພື່ອສະກັດກັ້ນແຮງງານຜູ້ຖືກບັງຄັບ.
