ນັບແຕ່ວັນທີ 3 ສິງຫາເປັນຕົ້ນໄປ, ກະຊວງການຕ່າງປະເທດ ອາເມລິກາ ຈະຮັກສາໃນເວລາດົນນານ ສຳລັບລາຍການຮຽກຮ້ອງຈ່ອງເງິນປະກັນ ສຳລັບຜູ້ຂໍວີຊາບໍ່ຕັ້ງຖີ່ນຖານຄົງທີ່ຈາກ 50 ປະເທດ, ໃນນັ້ນມີປະມານ 30 ປະເທດ ອາຟຣິກາ, ພາຍຫຼັງສີ້ນສຸດໄລຍະທົດລອງ ທີ່ໄດ້ຜັນຂະຫຍາຍນັບແຕ່ປີ 2025. ຕາມນັ້ນແລ້ວ, ບັນດາພາລະກອນກົງສູນ ອາເມລິກາ ຈະມີສິດຮຽກຮ້ອງຜູ້ຂໍວີຊາໄປທ່ອງທ່ຽວ ແລະ ໄປປະຕິບັດງານ ຕ້ອງມັດຈຳບ້ວງເງິນຄ້ຳປະກັນທີ່ຂຶ້ນເຖິງ 20.000 USD ຄືດັ່ງເງື່ອນໄຂເພື່ອໄດ້ຮັບວີຊາ.
ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ ຖືວ່າ ມາດຕະການນີ້ ຈະປະກອບສ່ວນເພີ່ມທະວີການຄຸ້ມຄອງສະພາການເຂົ້າເມືອງ ແລະ ຫລຸດຜ່ອນການລະເມີດຂໍ້ກຳນົດກ່ຽວກັບວີຊາ. ແຕ່ເຖິງແນວນັ້ນກໍ່ຕາມ, ບັນດາອົງການປົກປ້ອງສິດຂອງຄົນເຂົ້າເມືອງພັດຖືວ່າ ຂໍ້ກຳນົດໃໝ່ ຈະເຮັດໃຫ້ເພີ່ມຄ່າໃຊ້ຈາຍ, ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການໄປມາຖືກຕ້ອງຕາມກົດໝາຍ ແລະ ຈຳກັດໂອກາດໄປປະເທດ ອາເມລິກາ ຂອງພົນລະເມືອງບັນດາປະເທດທີ່ຖືກນຳໃຊ້ຂໍ້ກຳນົດນີ້.
