ວັນທີ 13 ສິງຫາ, ທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ ໃຫ້ຮູ້ວ່າກອງທັບຂອງປະເທດນີ້ມີກຳລັງຢ່າງພຽງພໍເພື່ອຮັກສາຄຳສັ່ງປີດລ້ອມກອງທັບເຮືອອີຣານ ໂດຍບໍ່ກຳນົດເວລາ, ໃນຂະນະທີ່ ວໍຊິງຕັນ ແລະ ເຕເຮຣານ ຍົກອອກບັນດາຄຳເຫັນທີ່ກົງກັນຂ້າມກັນກ່ຽວກັສິດຄວບຄຸມຊ່ອງແຄບທະເລ Hormuz. ຕາມ ທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ ແລ້ວ, ຝ່າຍອາເມລິກາ ໄດ້ ແລະ ພວມຈັດສົ່ງກຳປັ່ນໄປຍັງຊ່ອງແຄບທະເລ Hormuz ເພື່ອແນໃສ່ຄວບຄຸມເສັ້ນທາງຂົນສົ່ງຍຸດທະສາດ Hormuz . ວິຈານຂອງທ່ານ Hegseth ສະແດງໃຫ້ເຫັນວ່າ, ທຳນຽບ 5 ແຈພວມຢັ້ງຢືນກັບທ່ານ Donald Trump ປະທານາທິບໍດີ ອາເມລິກາວ່າ ກອງທັບອາເມລິກາອາດສາມາດສືບຕໍ່ຮັກສາກຳລັງກົດດັນຕໍ່ອີຣານ ຈົນຮອດເວລາໃດຍັງມີຄວາມຈຳເປັນ, ໃນສະພາບການບັນດາການເຈລະຈາເພື່ອແນໃສ່ຢຸດຕິການປະທະກັນເລີ່ມແຕ່ເດືອນກຸມພາປີນີ້ ຍັງບໍ່ບັນລຸໝາກຜົນເທື່ອ.
