ລະອຽດ, ແຈ້ງການຂອງກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ບັນດາມາດຕະການລົງໂທດໃໝ່ ໄດ້ປະກາດເພື່ອເລັ່ງໃສ່ເຄືອຂ່າຍບັນດາບໍລິສັດຂຸດຄົ້ນ ແລະ ຂາຍຄຳ, ແຮ່ທາດ ແລະ ຫີນປະເສີດປະເພດຕ່າງໆ ຢູ່ບັນດາປະເທດ ອາຟະລິກາ, ເຊິ່ງເປັນບ່ອນທີ່ກຸ່ມບໍລິສັດ Wagner ພວມເຄື່ອນໄຫວ. ຕາມທ່ານຮອງລັດຖະມົນຕີຮັບຜິດຊອບວຽກງານກໍ່ການຮ້າຍ ແລະ ສືບລາຊະການລັບດ້ານການເງິນຂອງກະຊວງການເງິນ ອາເມລິກາ, ທ່ານ Brian Nelson ແລ້ວ, ເງິນຈຳນວນໜຶ່ງທີ່ສະໜອງໃຫ້ກຸ່ມບໍລິສັດ Wagner ແມ່ນມາຈາກການຂຸດຄົ້ນບັນດາແຫຼ່ງຊັບພະຍາກອນທຳມະຊາດຢູ່ບັນດາປະເທດ ຄື ສ.ອາຟະລິກາກາງ ແລະ ມາລີ. ອາເມລິກາ ຖະແຫຼງວ່າ ຈະສືບຕໍ່ສຸມໃສ່ບັນດາແຫຼ່ງລາຍຮັບຂອງ Wagner ເພື່ອແນໃສ່ສະກັດກັ້ນບັນດາການເຄື່ອນໄຫວເປີດກວ້າງຂອງກຸ່ມບໍລິສັດນີ້ຢູ່ ອາຟະລິກາ, ຢູແກຼນ ແລະ ປະເທດອື່ນໆໃນໂລກ.

ກ່ອນໜ້ານັ້ນ, ເມື່ອເດືອນ ມັງກອນ ຜ່ານມາ ອຳນາດການປົກຄອງປະທານາທິບໍດີ Joe Biden ຖື ກຸ່ມບໍລິສັດ Wagner ເປັນອົງການອາດຊະຍາກຳຂ້າມຊາດ ແລະ ຊອກຫາວິທີສະກັດກັ້ນແຫຼ່ງການເງິນຂອງກຸ່ມບໍລິສັດນີ້ ຜ່ານບັນດາມາດຕະການລົງໂທດ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ