ວັນທີ 26 ມິຖຸນາ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າ ອິດສະລາແອັນ ແລະ ລີບັງ ໄດ້ເຊັນຂໍ້ຕົກລົງແມ່ຢູ່ ວໍຊິງຕັນ ໂດຍອາເມລິກາເປັນກາງ, ເຊິ່ງໄດ້ຮັບຖືວ່າແມ່ນບາດກ້າວທຳອິດມຸ່ງໄປເຖິງພື້ນຖາສັນຕິພາບຍາວນານພາຍຫຼັງຫຼາຍເດືອນເກີດການປະທະກັນລະຫວ່າງ ອິດສະລາແອັນ ແລະ ກຳລັງເຮັກໂບລາ ຢູ່ລີບັງ.
ຕາມທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລ້ວ, ຂໍ້ຕົກລົງໄດ້ສ້າງຂຶ້ນຕາມຂັ້ນຕອນຢ່າງຈະແຈ້ງເພື່ອແນໃສ່ຟື້ນຟູອະທິປະໄຕຂອງລີບັງ, ປົດອາວຸດ Hezbollah, ທຳລາຍຮາກຖານພື້ນຖານໂຄງລ່າງດ້ານການທະຫານຂອງກຳລັງນີ້, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ອິດສະລາແອັນຖອນກຳລັງກັບເມືອເຂດຊາຍແດນພາຍຫຼັງບັນດາໄພນາບຂູ່ຄວາມໝັ້ນຄົງຕໍ່ປະເທດນີ້ໄດ້ລົບລ້າງ. ຂໍ້ຕົກລົງຍັງເຕື້ອງເຖິງການສ້າງກຸ່ມປະສານງານການທະຫານສາມຝ່າຍດ້ວຍການໜູນຊວ່ຍຂອງອາເມລິກາ ເພື່ອຕິດຕາມວິວັດການຜັນຂະຫຍາຍ.
