ວັນທີ 08 ພຶດສະພາ, ສຳນັກຂ່າວສານ ລັດເຊຍ Interfax ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີເປັນເອກະພາບປະຕິບັດການຢຸດຍິງໃນລະຫວ່າງວັນທີ 9 ຫາວັນທີ 11 ພຶດສະພາ, ດ້ວຍເລື່ອງຢຸດຕິທຸກການເຄື່ອນໄຫວບຸກໂຈມຕີ ແລະ ດຳເນີນການມອບສົ່ງຊະເລີຍເສິກໃນຂອບຂະໜາດໃຫຍ່. ຂໍ້ຕົກລົງຢຸດຍິງແກ່ຍາວສາມວັນ ລວມມີການຢຸດຕິທຸກການບຸກໂຈມຕີທາງທະຫານ, ພ້ອມດຽວກັນນັ້ນ ສອງຝ່າຍຈະດຳເນີນການມອບສົ່ງຊະເລີຍເສິກ ດ້ວຍຈຳນວນ 1.000 ຄົນຕໍ່ຝ່າຍ. ທ່ານ Donald Trump ໃຫ້ຮູ້ວ່າ ທ່ານເອງເປັນຜູ້ສະເໜີຂໍ້ລິເລີ່ມນີ້ໂດຍກົງ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy.
ກໍໃນວັນທີ 08 ພຶດສະພາ, ຝ່າຍ ລັດເຊຍ ໄດ້ຢັ້ງຢືນຍອມຮັບຂໍ້ຕົກລົງຂອງ ອາເມລິກາ, ໂດຍເນັ້ນໜັກເຖິງເນື້ອໃນຈຸດສຸມແມ່ນການແລກປ່ຽນຊະເລີຍເສິກ ດ້ວຍຈຳນວນ 1.000 ຄົນຕໍ່ຝ່າຍໃນເວລາຢຸດຍິງ.
