ກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານ ລາດຕະເວນຢູ່ ແຂວງ Farah ໃນວັນທີ 15 ພຶດສະພາ 2018 (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ວັນທີ 4 ກັນຍາ, ທ່ານ Mark Esper ລັດຖະມົນຕີ ກະຊວງປ້ອງກັນປະເທດອາເມລິກາກໍ່ແຈ້ງໃຫ້ວົງການເຈົ້າໜ້າທີ່ບັນດາສຳພັນທະມິດເອີລົບຮັບຊາບ ກ່ຽວກັບຮ່າງຂໍ້ຕົກລົງສັນຕິພາບກັບພວກກະບົດ ຕາລີບານຢູ່ ອາບການິດສະຖານ, ພ້ອມທັງຊີ້ແຈ້ງວ່າ ຂໍ້ຕົກລົງສຸດທ້າຍເພື່ອແນໃສ່ຢຸດຕິສົງຄາມທີ່ໄດ້ແກ່ຍາວທີ່ສຸດໃນປະຫວັດສາດຂອງອາເມລິກາຍັງຄົງຢູ່ໃນໄລຍະພິຈາລະນາ.

ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ ອາບການິດສະຖານໄດ້ຕຳໜິຕິຕຽນ ຂໍ້ຕົກລົງສັນຕິພາບລະຫວ່າງ ອາເມລິກາ ແລະ ຕາລີບານ, ຍ້ອນວ່າໃນສະພາບຕົວຈິງນັ້ນ ຂໍ້ຕົກລົງສັນຕິພາບສະບັບໜຶ່ງແມ່ນຄົບຖ້ວນ ເພື່ອແນໃສ່ຢຸດຕິສົງຄາມທີ່ແກ່ຍາວມາເປັນເວລາຫຼາຍກ່ວາ 18 ປີຢູ່ປະເທດອາຊີນີ້ ຕ້ອງອີງໃສ່ການເຈລະຈາ ພາຍໃນ ຂອງອາບການິດສະຖານ.