ວັນ​ທີ 21 ກັນ​ຍາ, ທ່ານ Scott Bessent ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ສະ​ເໜີສ້າງກົນ​ໄກ​ເພື່ອ​ພ້ອມ​ກັບ​ຈີນ ແຈ້ງ​ໃຫ້​ກັນ​​ຊາບ​ກ່ຽວ​ກັບ​ບັນ​ດາ​ເຫດທາງ​ປັນ​ຍາ​ປະ​ດິດ (AI) ອາດ​ສາ​ມາດ​ສົ່ງ​ຜົນ​ສະ​ທ້ອນ​ເຖິງຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ກ່ອນ​ທີ່ດຳ​ເນີນ​ການ​ພົບ​ປະ​ລະ​ຫວ່າງ ທ່ານ​Donald Trumປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ທ່ານ​ສີ​ຈິ້ງ​ຜິງ ປະ​ທານ​ປະ​ເທດ ຈີນ ໃນ​ວັນ​ທີ 24 ກັນ​ຍາ​ຈະ​ມາ​ເຖິງ. ທ່ານ Scott Bessent ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໃຫ້​ຮູ້​ວ່າ ພາຍຫຼັງ​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ​​ໜຶ່ງວັນ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈີນ ຢູ່​ນິວ​ຢອກ, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການເປີດ​ຊ່ອງ​ທາງ​ໂອ້​ລົມ​ສົນ​ທ​ະ​ນາ​ໃໝ່​ກ່ຽວ​ກັບ AI, ໃນ​ນັ້ນ​ກົນ​ໄກ​ກ່າວ​ເຕືອນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຕັກ​ໂນ​ໂລ​ຢີ​ນີ້. ກົນ​ໄກ​ນີ້​ຄື​ກັນ​ກັບ​ທຸກ​ກິດ​ຈະ​ກຳ​ຂ້າມ​ຊາຍ​ແດນ ແລະ ການ​ຫັນ​ປ່ຽນ​ໄປ​​ສູ່​ສະ​ພາ​ວະ​ໂປ່ງ​ໃສ ກ່​ວາ​ລະ​ຫວ່າງ​ສອງ​ປະ​ເທດ​ມະ​ຫາ​ອຳ​ນາດ AI ແຖວ​ໜ​້າ ໂລກ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ.