ວັນທີ 28 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກແຈ້ງການສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ Artemis, ໂດຍຕີລາຄາວ່ານີ້ແມ່ນບາດກ້າວພັດທະນານຳການຮ່ວມມືໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ອາເມລິກາ ໄປສູ່ຂົງເຂດຄົ້ນຫາອາວະກາດ.
ຕາມແຈ້ງການແລ້ວ, ຫວຽດນາມກາຍເປັນປະເທດທີ 78 ທີ່ລົງນາມ, ເຂົ້າຮ່ວມເຄືອຂ່າຍບັນດາປະເທດໃຫ້ຄຳໝັ້ນສັນຍາຄົ້ນຫາ ແລະ ນຳໃຊ້ອາວະກາດຢ່າງປອດໄພ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບ. ອາເມລິກາຫວັງວ່າ ຫວຽດນາມ ຈະປະກອບສ່ວນເຂົ້າການປະຕິບັດຫຼັກການລວມ, ຊຸກຍູ້ການຮ່ວມມື ແລະ ນຳໃຊ້ອາວະກາດເພື່ອເປົ້າໝາຍສັນຕິພາບ.
ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຂໍ້ສັງເກດວ່າການເຄື່ອນໄຫວຄົ້ນຫາອາວະກາດພວມເປີດບັນດາໂອກາດໃໝ່, ນັບມື້ນັບມີບົດບາດສຳຄັນຕໍ່ຄວາມກ້າວໜ້າວິທະຍາສາດ, ການເຕີບໂຕເສດຖະກິດ ແລະ ການພັດທະນາຂອງບັນດາເຕັກໂນໂລຢີໃນອະນາຄົດ. ເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ Artemis ກໍ່ໄດ້ເພີ່ມເຕີມຂົງເຂດການຮ່ວມມືໃໝ່ຈຳນວນໜຶ່ງເຂົ້າການພົວພັນສອງຝ່າຍທີ່ໄດ້ສ້າງຕັ້ງຂຶ້ນມາເປັນເວລາກວ່າ 30 ປີຜ່ານມາ.
