ຕາມ​ຂໍ້​ສະ​ເໜ​ີ​, ອາ​ເມ​ລິ​ກາ ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີ​ເພີ່ມ​ເຕີມ 10% ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ 15 ປະ​ເທດ​ຄູ່​ຮ່ວມ​ມື​ການ​ຄ້າ, ລວມ​ມີ: ກາ​ນາ​ດາ, ສະ​ຫະ​ພາບ​ເອີ​ຣົບ (ອີ​ຢູ), ອັງ​ກິດ, ເມັກ​ຊີ​ໂກ, ອິນ​ໂດ​ເນ​ເຊຍ, ປາ​ກິດ​ສະ​ຖານ, ບັງ​ກະ​ລາ​ເທດ… ນີ້​ແມ່ນ​ກຸ່ມ​ບັນ​ດາ​ຄູ່​ຮ່ວມ​ມື ທີ່​ມີ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ຫຼື ໂຄງ​ການ​ເຄື່ອນ​ໄຫວ ແນ​ໃສ່​ແກ​້​ໄຂ​ບັນ​ຫາ​ນຳ​ໃຊ້​ແຮງ​ງານ​ແບບ​ບັງ​ຄັບ, ແຕ່​ຜົນ​ການ​ປ​ະ​ຕິ​ບັດ​ຍ​ັງ​ບໍ່​ທັນ​ຕອບ​ສະ​ໜອງ​ໄດ້​ຕາມ​ແງ່​ຫວັງ​ຂອງ ວໍ​ຊິງ​ຕັນ. ໃນ​ຂະ​ນະ​ນັ້ນ, 45 ປະ​ເທດທີ່​ຍັງ​ເຫຼືອ ຈະ​ປະ​ເຊີນ​ໜ້າ​ກັບ​ອັດ​ຕາ​ພາ​ສີ​ສູງກວ່າ, ຂຶ້ນ​ເຖິງ 12,5% ໃນ​ນັ້ນ, ມີຫຼາ​ຍ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່, ຄື: ອິນ​ເດຍ, ຈີນ ແລະ ສ.ເກົາຫຼີ.

​ໃນ​ທັນ​ທີ, ຫຼາຍ​ຄູ່​ຮ່ວມ​ມື​ກໍ່​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ຂໍ້​ສະ​ເໜີ​ຂອງ ອາ​ເມ​ລິ​ກາ. ຄະ​ນະ​ກຳ​ມະ​ການ​ ເອີ​ຣົບ ຖື​ວ່າ ບັນ​ດາ​ລະ​ດັບ​ອັດ​ຕາ​ພາ​ສີ​ໃໝ່​ແມ່ນ​ບໍ່​ເໝາະ​ສົມ ແລະ ບໍ່​ສອ​ດ​ຄ່ອງ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ຄ້າ​ສອງ​ຝ່າຍ ທີ່​ບັນ​ລຸ​ໄດ້​ກັບ ວໍ​ຊິງ​ຕັນ. ຈີນ ກໍ​ຄັດ​ຄ້ານ​ບັນ​ດາ​ມາດ​ຕະ​ການ​ພາ​ສີ​ຕາມ​ລຳ​ພັງ​ຝ່າຍ​ດຽວ​ເຫຼົ່າ​ນີ້, ພ້ອມ​ທັງ​ປະ​ຕິ​ເສດ​ຄຳ​ກ່າວ​ຫາ​ກ່ຽວ​ກັບ​ການ​ນຳ​ໃຊ້​ແຮງ​ງານ​ແບບ​ບັງ​ຄັບ​ຢູ່​ປະ​ເທດ​ນີ້. ໃນ​ຂະນະ​ນັ້ນ, ກາ​ນາ​ດາ, ອັງ​ກິດ ແລະ ໄຕ້​ຫວັນ (ຈີນ) ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ ວໍ​ຊິງ​ຕັນ ເພື່ອ​ປົກ​ປ້ອ​ງ​ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ທີ່​ພວມ​ມີ.

ກວາງ​ຈູງ - ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ