ເມື່ອ​ກ່າວ​ຄຳ​ເຫັນ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ (G7) ກຸ່ມ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ ຢູ່ ຝ​ລັ່ງ, ທ່ານ Donald Trump ໃຫ້​ຮູ້​ວ່າ ໄດ້​ມີ​ບັນ​ດາ​ການ​ແລກ​ປ່ຽນ​ທີ່​ຕັ້ງ​ໜ້າ​ກັບ​ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານ Volodymir Zelensky ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໃຫ້​ຮູ້​ວ່າ ການ​ຊອກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ການ​ປະ​ທະ​ກັນ​ນັ້ນ ແມ່ນ​ໜ້າ​ທີ່​​ບໍ່​ງ່າຍ​ແຕ່​ຢ່າງ​ໃດ ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ບຸ​ລິ​ມະ​ສິດ​ໃນ​ປັດ​ຈຸ​ບັນແມ່ນ ຊຸກ​ຍູ້​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ແທນ​ທີ່​ຈະ​ຍົກ​ອອກ​​ຖະ​ແຫຼງ​ການ​ຕ່າງໆ​ທີ່ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ.

ກ່ອນ​ໜ້າ​ນັ້ນ, ໃນ​ການ​ພົບ​ປະ​ກັບ​ທ່ານ Volodymir Zelensky ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ, ເຖິງວ່າ ການ​ນຳ​ສອງ​ທ່ານ​ບໍ່ໄດ້​ປະ​ກາດ​ບໍ່​ວ່າ​ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ໃໝ່​ໃດກໍ່​ຕາມ ແຕ່​ການ​ພົບ​ປະ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທັງ ອາ​ເມ​ລິ​ກາ ແລະ ຢູ​ແກຼນ ລ້ວນ​ແຕ່​ພວມ​ຊອກ​ຫາ​ວິ​ທີ​ສົມ​ດຸ່ນ​​ລະ​ຫວ່າງ​ເລື່ອງ​ຮັກ​ສາ​ກາ​ນ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານໃຫ້​ແກ່ Kiev ກັບ​ເລື່ອງ​ເປີດກວ້າງ​ຄວາມ​ສາ​ມາດ​ທາງ​ການ​ທູດ ແນ​ໃສ່​ມຸ່ງ​ໄປ​ເຖິງມ​າດ​ຕະ​ການ​ການ​ເມືອງໄລຍະ​ຍາວ​.

ກວາງ​ຈູງ, ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ