ວັນທີ 1 ກໍລະກົດ, ອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ປະກາດບໍ່ຕໍ່ກຳນົດເວລາສັນຍາການຄ້າ ອາເມລິກາ - ເມັກຊີໂກ - ການາດາ(USMCA) ຕາມຮູບແບບປັດຈຸບັນ, ຜ່ານນັ້ນກໍ່ເລີ່ມຕົ້ນກົນໄກສຳຫຼວດກວດຄືນໃນແຕ່ລະປີ ແລະ ເປີດເສັ້ນທາງໃຫ້ແກ່ບັນດາການເຈລະຈາປັບປຸງສັນຍາໃນໄລຍະຈະມາເຖິງ. ທ່ານ Jamieson Greer ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ (USTR) ໃຫ້ຮູ້ວ່າ ວໍຊິງຕັນ ບໍ່ເຫັນດີຕໍ່ກຳນົດເວລາ USMCA ດ້ວຍເນື້ອໃນຄືປັດຈຸບັນ ຍ້ອນວ່າຍັງມີຫຼາຍບັນຫາບໍ່ໄດ້ຮັບການແກ້ໄຂ, ພິເສດແມ່ນສະພາບການຄວາມຜິດດ່ຽງກັນດ້ານການຄ້າຂອງອາເມລິກາ ກັບ ການາດາ ແລະ ເມັກຊີໂກ. ເຖິງຢ່າງໃດກໍຕາມ, ສັນຍາຍັງບໍ່ສືບຕໍ່ມີຜົນບັງຄັບໃຊ້ຈົນຮອດປີ 2036, ຍົກເວັ້ນກໍລະນີມີຝ່າຍໃດເທື່ອຖອນຕົວອອກ ຫຼື ສາມປະເທດບັນລຸໄດ້ ຂໍ້ຕົກລົງ ກ່ຽວກັບການການກຳນົດເວລາສະບັບໃໝ່
ອາເມລິກາ ຊຸກຍູ້ການປັບປຸງສັນຍາການຄ້າ ອາເມລິກາ - ເມັກຊີໂກ - ການາດາ
[VOVWORLD] - ວໍຊິງຕັນ ບໍ່ເຫັນດີຕໍ່ກຳນົດເວລາ USMCA ດ້ວຍເນື້ອໃນຄືປັດຈຸບັນ ຍ້ອນວ່າຍັງມີຫຼາຍບັນຫາບໍ່ໄດ້ຮັບການແກ້ໄຂ, ພິເສດແມ່ນສະພາບການຄວາມຜິດດ່ຽງກັນດ້ານການຄ້າຂອງອາເມລິກາ ກັບ ການາດາ ແລະ ເມັກຊີໂກ.
