ຕອນ​ເຊົ້າ​ວັນ​ທີ 9 ກໍ​ລະ​ກົດ, ກຳ​ລັງ​ອາ​ເມ​ລິ​ກາ ສືບ​ຕໍ່​ບຸກ​ໂຈມ​ຕີ ເລັງ​ໃສ່​ອີ​ຣານ. ນີ້​ແມ່ນຄືນ​ທີ​ສອງ​ຢ່​າງ​ລຽ​ນ​ຕິດ​ທີ່ກອ​ງ​ທັບ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ ອີ​ຣານ, ເປັນສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ໝົດ​ຜົນ​ບັງ​ຄັບ​ໃຊ້ ແລະ ມີ​ຄວາມ​ສ່ຽງ​ທີ່​ການ​ປະ​ທະ​ກັນ​ຢ່າງ​ຮອບ​ດ້ານ​ເກີດ​ຂຶ້ນ​ຄືນ​ໃໝ່. ແຈ້ງ​ການ​ຂອງກອງ​ບັນ​ຊາ​ການ​ສູນ​ກາງ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ພິ​ເສດ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ (CENTCOM) ໂດຍ​ໃຫ້​ຮູ້​ວ່າ ຕາມ​ຄຳ​ສັ່ງ​ຂອງ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ , ກຳ​ລັງ​ອາ​ເມ​ລິ​ກາ ໄດ້​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ລາຍ​ຄວາມ​ສາ​ມາດ​ນາບ​ຂູ່​ຂອງ​ອີ​ຣານ ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ເສ​ລີ​ຂອງ​ກຳ​ປັ່ນ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz. CENTCOMຖື​ວ່າ ອີ​ຣານ ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ​ທີ່​ໄຮ້ເຫດ​ຜົນ​ຫວ່າງ​ແລ້ວ​ນີ້ ເລັ່ງ​ໃສ່​ບັນ​ດາ​ກຳ​ປັ່ນ​ການ​ຄ້າ ແລະ ກຳ​ປັ່ນ​ພົນ​ລະ​ເຮືອນ​ທີ່​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຍຸດ​ທະ​ສາດ​ສາ​ກົນ.