ກຳ​ລັງ​ອາ​ເມ​ລິ​ກາ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກກາງ ຫາ​ກໍ່​ປະ​ກາດ​ບັ້ນ​ບຸກ​ໂຈມ​ຕີ​ຄັ້ງ​ໃໝ່​ເລັ່ງ​ໃສ່​ອີ​ຣານ. ນີ້​ແມ່ນ​ມື​ທີ 12 ທີ່ ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ​ອີ​ຣານ ຢ່າງ​ຕໍ່​ເນື່ອງ, ເຊິ່ງ​ເຮັດ​ໃຫ້​ການ​ປະ​ທະ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ຮ້າຍ​ແຮ​ງ​ທີ່​ສຸດ​ນັບ​ແຕ່​ເວ​ລາຢຸດ​ຍິງ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 8 ເມ​ສາ. ສື່ມວນ​ຊົນ ອີ​ຣານ ໄດ້​ຢັ້ງ​ຢືນ​ມີ​ເຫດ​ລະ​ເບີດ​​ແຮງຫຼາຍ​ຄັ້ງ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23 ກໍ​ລະ​ກົດ ຢູ່​ບັນ​ດາ​ເຂດ​ແຄມ​ທະ​ເລ​ຂຶ້ນ​ກັບ​ສອງ​ແຂວງ Hormozgan ແລະ Bushehr,ທາງ​ທິດ​ໃຕ້​ຂອງ​ປະ​ເທດ​ນີ້. ໃນ​ຂະ​ນະ​ນັ້ນ, ກອງ​ບັນາ​ຊາ​ການ​ສູນ​ກາງ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ (CENTCOM) ໄດ້​ປະ​ກາດ​ວ່າ ກຳ​ລັງ​ອາ​ເມ​ລິ​ກາ ໄດ້​ເລີ່ມ​ຕົ້ນ​ບັ້ນ​ບຸກ​ໂຈມ​ຕີ​ຄັ້ງໃໝ່​ເລັ່ງ​ໃສ່​ອີ​ຣານ. ບັ້ນ​ບຸກ​ໂຈມ​ຕີ​ແນ​ໃສ່​ເຮັດ​ໃຫ້​ຄວາມ​ສາ​ມາດ​ນາບ​ຂູ່​ຂອງ​ອີ​ຣານ​ຕໍ່​ກຳ​ປັ່ນ​ທີ່ເດີນ​ທາງ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ອ່ອນ​ລົງ. ສ່ວນ​ອີ​ຣານ ແມ່ນຍັງ​ບໍ່​ທັນ​ປະ​ກາດ​ມາດ​ຕະ​ການ​ໂຕ້​ຕອ​ບ.