ວັນ​ທີ 27 ມິ​ຖຸ​ນາ, ກອງ​ບັນ​ຊາ​ການ​ທະ​ຫານ​ສູນ​ກາງ ອາ​ເມ​ລິ​ກາ (CENTCOM) ໃ​ຫ້​ຮູ້​ວ່າ ໄດ້​ດຳ​ເນີນການ​ບຸກ​ໂຕມ​ຕີ​ໃໝ່​ຄັ້ງ​ຕ່າງໆ ເລັ່ງ​ໃສ່ຫຼາຍ​ເປົ້າ​ໝາຍ​ຢູ່ ອີ​ຣານ, ເພື່ອ​ແນ​ໃສ່​ໂຕ້​ຕອບ​ການ​ບຸກ​ໂຈມ​ຕີ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ຫວ່າງ​ແລ້ວນີ້. ໃນ​ຖະ​ແຫຼງ​ການ​ໜຶ່ງ, CENTCOM ເນັ້ນ​ໜັກ​ວ່າ: ບັນ​ດາ​ກຳ​ລັງ ອາ​ເມ​ລິ​ກາ ໄດ້​ປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ແນ​ໃສ່​ໂຕ້​ຕອບ​ໂດຍ​ກົງ ຕໍ່​ການ​ກະ ​ທຳ​ເກາະ​ຜິດ​ ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ທາງ​ການ​ຄ້າ. ຕາມນັ້ນ​ແລ້ວ, ເຮືອ​ບິນ​ຂອງ ອາ​ເມ​ລິ​ກາ ໄດ້​ເລັ່ງ​ໃສ່​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ຕິດ​ຕາມກວດ​ກາ​ການ​ທະ​ຫານ, ລະ​ບົບ​ຕິດ​ຕໍ່​ສື່​ສານ, ບັນ​ດາ​ທີ່​ຕັ້ງ​ປ້ອງ​ກັນ​ອາ​ກາດ, ຮາກ​ຖານ​ບັນ​ຈຸ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ແລະ ຄວາມ​ສາ​ມາດ​ຖີ້ມ​ລະ​ເບີດ​ທາງ​ນ້ຳ​ຂອງ ອີ​ຣານ. ອົງ​ການນີ້​ຍັງ​ເວົ້າ​ຕື່ມອີກວ່າ: ອີ​ຣານ ໄດ້​ບຸກ​ໂຈມ​ຕີ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂອງ ປາ​ນາ​ມາ ເມື່ອ​ຕອນ​ເຊົ້າ​ວັນ​ທີ 27 ມິ​ຖຸ​ນາ.