ທ່ານ Marco Rubio ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຢືນ​ຢັນ​ວ່າ Washington ຢາ​ກ​ຊຸກ​ຍູ້​ການ​ສົນ​ທະ​ນາທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ຊອກ​ຫາ​ບັນ​ດາ​ຂໍ້​ຕົກ​ລົງ​ໃໝ່​ກັບ Tehran, ພ້ອມ​ທັງ​ຮັບ​ປະ​ກັນ​ວ່າ ບໍ່​ວ່າ​ຂໍ້​ຕົກ​ລົງ​ສະ​ບັບ​ໃດ​ກໍ່​ຕ້ອງ​ຄິດ​ໄລ່​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ສຳ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ມື​ຢູ່​ເຂດອ່າວ. ສານ​ດັ່ງ​ກ່າວ​ໂດຍ​ທ່ານ Rubio ຍົກ​ອອກ​ມາທີ່ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ລະ​ຫວ່າງ​ສະ​ພາ​ການຮ່ວມ​ມື​ເຂດ​ອ່າວ (GCC) ແລະ ອາ​ເມ​ລິ​ກາ ຢູ່ Manama (Bahrain), ໃນຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່ 3 ປະ​ເທດ​ພາກ​ພື້ນ ​ແຕ່​ວັນ​ທີ 23-25 ມິ​ຖຸ​ນາ.

ນັກ​ການ​ທູດ ອາ​ເມ​ລິ​ກາ ກໍ່​ປະ​ຕິ​ເສດ​ທັດ​ສະ​ນະ​ທີ່​ວ່າ ຊ່ອງ​ແຄບ​ທະ​ເລ Hormuz ຂຶ້ນ​ກັບບໍ່​ວ່າ​ປະ​ເທດ​ໃດ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ເລື່ອງ​ກຳ​ນົດ​ຄ່າ​ທຳ​ນຽມ​ໄປ​ມາ​ຢູ່​ສາຍ​ເດີນ​ທະເລ​ຍຸດ​ທະ​ສາດນີ້ ອາດ​ຈະ​ສ້າງຂໍ້​ກຳ​ນົດທີ່​ບໍ່​ເໝາະ​ສົມ​ກັບ​ບັນ​ດາ​ສາຍ​ທາງ​ທະ​ເລ​ອື່ນໆ​ໃນ​ໂລກ.