ອາກາດແດດຮ້ອນທີ່ຮ້າຍແຮງສືບຕໍ່ເກີດຂຶ້ນຢູ່ຫຼາຍພາກພື້ນໃນໂລກໃນຊຸມວັນຕົ້ນເດືອນສິງຫາ, ດ້ວຍອູນຫະພູມຂຶ້ນສູງຢູ່ ອາເມລິກາ, ສ.ເກົາຫຼີ ແລະ ຫຼາຍປະເທດ ເອີລົບ ຊື່ງເຮັດໃຫ້ໄພເກີດໄຟໄໝ້ປ່າ.
ວັນທີ 1 ສິງຫາ, ຕາເວລາ ອາເມລິກາ, ທີ່ນະຄອນ Las Vegas ໄດ້ຮັບຮູ້ອູນຫະພູມ 46 ອົງສາຊີ ຊື່ງແມ່ນລະດັບສູງທີ່ສຸດນັບແຕ່ຕົ້ນປີ, ຄາດວ່າ ຢູ່ Phoenix ແມ່ນຈະຂຶ້ນເຖິງ 47 ອົງສາຊີ ໃນຂະນະທີ່ຢູ່ El Centro ລັດ California ອາດຈະຂຶ້ນເຖິງລະດັບສະຖິຕິຄື 48 ອົງສາຊີ.
ຢູ່ເອີລົບ, ເກຼກ ແມ່ນຈຸດສຸມໃໝ່ຂອງໄຟໄໝ້ປ່າ. ລົມພັດແຮງເຮັດໃຫ້ເກີດໄຟໄຫມ້ຫຼາຍຄັ້ງໃໝ່ຢູ່ເຂດພັກຜ່ອນຢ່ອນອາລົມແຄມທະເລ Porto Germeno, ທາງທິດຕາເວັນຕົກນະຄອນຫຼວງ Athens, ອັນໄດ້ເຮັດໃຫ້ນັບຮ້ອຍຄົນຕ້ອງລີ້ໄພ ດ້ວຍທາງທະເລ ແລະ ຫຼາຍເຂດໝູ່ບ້ານສືບຕໍ່ໄດ້ຮັບຄຳສັ່ງຍົກຍ້າຍ ປຊຊ ໂດຍດ່ວນ. ຕຳຫຼວດດັບເພິງເກືອບ 500 ຄົນພ້ອມກັບເຮືອບິນ ແລະ ເຮລີຕອບແຕດັບເພິງໄດ້ຖືກລະດົມເພື່ອຈຳກັດໄຟໄໝ້.
