ສະມັດຊາໃຫຍ່ ສປຊ ໄດ້ດຳເນີນການປ່ອນບັດເລືອກຕັ້ງ ອານບານີ, ບຣາຊິນ, ກາບົງ, ການາ ແລະ ສະຫະລັດ ອາຣັບ ເອມມີເລດ (ພາບ: UN Photo)

ທັງ 5 ປະເທດອອກສະໝັກຮັບເລືອກຕັ້ງເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໂດຍບໍ່ຕ້ອງແກ້ງແຍ້ງກັບປະເທດໃດໆໃນພາກພື້ນຂອງຕົນ. ບັນດາປະເທດເຫຼົ່ານີ້ ຈະປ່ຽນແທນໃຫ້ບັນດາປະເທດ ແອັດສໂຕນີ, ນີເຊ, ແຊງແວັງຊັງ, ຕຸຍນີຊີ ແລະ ຫວຽດນາມ ເຊິ່ງຄາດວ່າຈະໝົດອາຍຸການ ໃນທ້າຍປີ 2021.

ເພື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງ, ບັນດາປະເທດເຂົ້າຮ່ວມການສະໝັກຮັບເລືອກຕັ້ງຕ້ອງມີຢ່າງໜ້ອຍສຸດ 2/3 ຈຳນວນບັດສະໜັບສະໜູນຈາກ 193 ປະເທດສະມາຊິກ ສປຊ. ຕາມນັ້ນແລ້ວ, ການາ ຈະໄດ້ຮັບບັດສະໜັບສະໜູນຈຳນວນ 185 ບັດ, ກາບົງ ໄດ້ຮັບ 183 ບັດ, ສະຫະລັດ ອາຣັບ ເອມມີເລດ 179 ບັດ, ອາບານີ ແມ່ນ 178 ບັດ ແລະ ບຣຊິນ 181 ບັດ.