ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄໍາເຫັນທີ່ພິທີ

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ໄລຍະທີ 2 ຂອງໂຄງການດັ່ງກ່າວ ແມ່ນເສັ້ນທາງເຊື່ອມຕໍ່ທ່າອາກາດສະຍານສາກົນ ໂນ້ຍບາຍ ກັບ ໃຈກາງນະຄອນຮ່າໂນ້ຍ ເພື່ອຮັບໃຊ້ປີຫວຽດນາມ ເປັນປະທານໝູນວຽນ ອາຊຽນ ປີ 2020 ແລະ Seagame 31 ໄດ້ຢ່າງທັນການ.

ໂຄງການດັ່ງກ່າວ ໂດຍຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງກິດຈະກໍາຄົມມະນາຄົມນະຄອນຮ່າໂນ້ຍ ເປັນເຈົ້າຂອງລົງທຶນ, ໂດຍມີຍອດເງິນລົງທຶນທັງໝົດ ແມ່ນ ເກືອບ 816 ຕື້ ດົງ ເຊິ່ງແມ່ນແຫຼ່ງເງິນຈາກງົບປະມານຂອງນະຄອນ.

ນັກຂ່າວ ງອກແອັງ