ຕອນ​ເຊົ້າ​ວັນ​ທີ 14 ກໍ​ລະ​ກົດ, ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 5 (ກອງ​ປະ​ຊຸມ​ນັດ​ສາ​ມັນ​ກາງ​ປີ) ເພື່ອ​ພິ​ຈາ​ລະ​ນາ, ຕັດ​ສິນ​ບັນ​ດາ​ບັນ​ຫາ​ຂຶ້ນ​ກັບ​ສິດ​ອຳ​ນາດ​ຂອງ​ນະ​ຄອນ. ກອງ​ປະ​ຊຸມ​ໄດ້​ພິ​ຈາ​ລະ​ນາ 51 ເນື້ອ​ໃນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໜ້າ​ທີ່​ຂອງ​ປີ 2026 ແລະ ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ຂອ​ງ​ນະ​ຄອນ​ຮ່າ​ໂນ້ຍ ໃນ​ຊຸມ​ປີ​ຕໍ່​ໄປ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ໂດ​ວັນ​ຈຽນ ຢັ້ງ​ຢືນ​ວ່າ 6 ເດືອນ​ຕົ້ນ​ປີ 2026, ທາງ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ບົດ​ບາດ​ນຳ​ພາ​ດ້ວຍ​ການ​ປະ​ກອບ​ສ່ວນ​ຢ່າງ​ຮອບ​ດ້ານ​ມີ​ລັກ​ສະ​ນະ​ພື້ນ​ຖານ. ເສດ​ຖະ​ກິດ​ນະ​ຄອນຫຼວງ​ມີ​ການ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ, GRDP 6 ເດືອນ​ຕົ້ນ​ປີ ເພີ່ມ​ຂຶ້ນ 8,22% ສູງກວ່າ ລະ​ດັບ​ສະ​ເລ່ຍ​ຂອງ​ທົ່ວ​ປະ​ເທດ. ທ່ານ​ໃຫ້​ຮູ້​ວ່າ:

ຮີບ​ດ່ວນ​ສຳຫຼວດກວດ​ຄືນ, ປັບ​ປຸງ​ແຜນ​ການ​ເຕີບ​ໂຕ​ຕິດ​ແທດ​ຕົວ​ຈິງ, ລຸ​ລ່ວງ​ທຸກ​ຂໍ້​ຕິດ​ຂັດ, ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ສຸດ​ຂີດ​ໃຫ້​ແກ່​ການ​ພັດ​ທະ​ນາ. ນະ​ຄອນ​ຕ້ອງ​ຖື​ໝາກ​ຜົນ​ຂອງ​ການ​ນຳ​ພາ, ການ​ຊີ້​ນຳ​​ເພື່ອປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ, ເປັນ​ຕົ້ນ​ແມ່ນ​ດັດ​ຊະ​ນີ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ລາຍ​ຮັບ​ງົບ​ປະ​ມານ, ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ, ໝາກ​ຜົນ​ຂອງ​ການ​ປ່ອຍ​ເງິນ​ລົງ​ທຶນ… ເພື່ອ​ຕີ​ລາ​ຄາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ຈັດ​ຕັ້ງ ແລະ ສ່ວນ​ບຸກ​ຄົນ, ຄວາມ​ສາ​ມາດ​ຂອງ​ຜູ້​ນຳ, ຜູ້​ໄດ້​ຮັບ​ໜ້າ​ທີ່​ເຈົ້າ​​ຮັບ​ຜິດ​ຊອບ​ປະ​ຕິ​ບັດ​ວຽກ​ງານ​ຕ້ອງ​ຕິດ​ແທດ​ໝາກ​ຜົນ​ສົ້ນ​ອອກ ຂອງ​ສຳ​ນັກ​ງານ, ອົງ​ການ, ຫົວ​ໜ່ວຍ​ຂອງ​ຕົນ. ປາດ​ຖະ​ໜາ​ຢາກ​ບັນ​ດາ​ຜູ້​ແທນ​ ປຶກ​ສາ​ຫາ​ລື​ແລ​້ວ​ແມ່ນ​ຕ້ອງ​ຮັບ​ຮອງ​ເອົາ, ໄດ້​ຕັດ​ສິນ​ໃຈ​ແລ້ວ ຕ້ອງ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ, ໄດ້​ເຮັດ​ແລ້ວ ຕ້ອງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ, ໃຫ້​ແກ່​ປະ​ຊາ​ຊົນ.ພວກ​ເຮົາ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ສັງ​ຄົມ​ມີ​ລະ​ບຽບ​ວິ​ໄນ, ມີ​ຄວາມ​ປອດ​ໄພ, ປອດ​ໃສ, ສີ​ວິ​ໄລ, ກົມ​ກຽວ, ພັດ​ທະ​ນາ.