ການຊ່ວຍເຫຼືອທີ່ມີຄວາມໝາຍນີ້ ໄດ້ສະແດງໃຫ້ເຫັນໄມຕີຈິດອັນດີງາມຂອງ ລັດຖະບານ ແລະ ປະຊາຊົນ ອາຣັບບີ ຊະອຸດິ ມີຕໍ່ ລັດຖະບານ ແລະ ປະຊາຊົນ ຫວຽດນາມ (ພາບ: Vietnam+) |
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອາຣັບບີ ຊະອຸດິ ປະຈຳ ຫວຽດນາມ Saud F.M. Alsuwelim ຢັ້ງຢືນວ່າ ລັດຖະບານ ອາຣັບບີ ຊະອຸດິ ຕີລາຄາສູງ ແລະ ຍາມໃດກໍສະຫງວນອາລົມຈິດຄວາມຮັກແພງທີ່ດີງາມທີ່ສຸດໃຫ້ແກ່ ລັດຖະບານ ຫວຽດນາມ; ພ້ອມທັງປາດຖະໜາຢາກພັດທະນາສາຍພົວພັນກັບ ຫວຽດນາມ ໃນທຸກຂົງເຂດ. ໃນໄລຍະຈະມາເຖິງ, ຈະສະໜອງວັດສະດຸ, ອຸປະກອນການແພດທີ່ມີມູນຄ່າເຖິງ 500.000 USD ໃຫ້ ຫວຽດນາມ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ. ບັນດາການຊ່ວຍເຫຼືອທີ່ມີຄວາມໝາຍນີ້ ໄດ້ສະແດງໃຫ້ເຫັນໄມຕີຈິດອັນດີງາມຂອງ ລັດຖະບານ ແລະ ປະຊາຊົນ ອາຣັບບີ ຊະອຸດິ ມີຕໍ່ ລັດຖະບານ ແລະ ປະຊາຊົນ ຫວຽດນາມ.

