ສະຖາບັນຄົ້ນຄ້ວາບັນດາບັນຫາສາກົນ (SIIA) ຫາກໍ່ປະກາດບົດລາຍງານກ່ຽວກັບແງ່ຫວັງ ຝຸ່ນລະອອງ 2026, ຍົກອອກຄຳກ່າວເຕືອນໃນ ລະດັບສີແດງ ກ່ຽວກັບຄວາມສ່ຽງມົນລະພິດຝຸ່ນລະອອງຂ້າມຊາຍແດນເພີ່ມຂຶ້ນຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ໃນຊຸມເດືອນຈະມາເຖິງ. ຕາມບົດລາຍງານແລ້ວ, ບັນດາປະເທດລວມມີ: ມາເລເຊຍ, ບຣູໄນ, ອິນໂດເນເຊຍ ແລະ ສິງກະໂປ ອາດຈະຕ້ອງປະເຊີນໜ້າກັບສະພາບຝຸ່ນລະອອງຢ່າງຮ້າຍແຮງ, ໂດຍສະເພາະແມ່ນໄລຍະຈຸດສຸມໃນເດືອນສິງຫາ ແລະ ເດືອນ ກັນຍາ ປີນີ້. ນີ້ໄດ້ຮັບຖືວ່າແມ່ນຄັ້ງທີ 2 ທີ່ SIIA ຍົກອອກລະດັບເຕືອນໄພສີແດງ ນັບແຕ່ເວລາທີ່ບົດລາຍງານນີ້ໄດ້ຮັບການປະກາດຄັ້ງທຳອິດເມື່ອປີ 2019, ພາຍຫຼັງຄຳກ່າວເຕືອນທີ່ຄ້າຍຄືກັນເມື່ອປີ 2023.
ອາຊີຕາເວັນອອກສ່ຽງໃຕ້ ປະເຊີນໜ້າກັບເຕືອນໄພລະດັບສີແດງກ່ຽວກັບຄວາມສ່ຽງຝຸ່ນລະອອງຂ້າມຊາຍແດນ
[VOVWORLD] - ຕາມບົດລາຍງານແລ້ວ, ບັນດາປະເທດລວມມີ: ມາເລເຊຍ, ບຣູໄນ, ອິນໂດເນເຊຍ ແລະ ສິງກະໂປ ອາດຈະຕ້ອງປະເຊີນໜ້າກັບສະພາບຝຸ່ນລະອອງຢ່າງຮ້າຍແຮງ, ໂດຍສະເພາະແມ່ນໄລຍະຈຸດສຸມໃນເດືອນສິງຫາ ແລະ ເດືອນ ກັນຍາ ປີນີ້.
