ໃນ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ MUSP, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດັ້​ງ​ຮ​ວ່າງ​ຢາງ ໄດ້​ສະ​ເໜີ 4 ບຸ​ລິ​ມະ​ສິດ​ຮ່ວມ​ມື, ລວມ​ມີ: ປັບ​ປຸງ​ສາຍ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ ອາ​ເມ​ລິ​ກາ ກັບ​ແຕ່​ລະ​ປະ​ເທດ ແມ່​ຂອງ; ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ກັນ​ຜະ​ລິດ, ລະ​ບົບ​ສະ​ໜອງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ; ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່ ແລະ ຄຸ້ມ​ຄອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ.

ໃນ​ກອງ​ປະ​ຊຸມ​​ປຶກ​ສາ​ຫາ​ລື ອາ​ຊຽນ - ອ​າ​ເມ​ລິ​ກາ ຄັ້ງ​ທີ 38, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ຮ​ວ່າງ​ຢາງ ໄດ້​ເນັ້ນ​ໜັກ​ວ່າ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ອາ​ຊຽນ - ອາ​ເມ​ລິ​ກາ ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ບົນ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ມຸ່ງ​ໄປ​ເຖິງ​ບັນ​ດາ​ໝາກ​ຜົນການ​ຮ່ວມ​ມື​ທີ່​ແທ້​ຈິງ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ສອງ​ຝ່າຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ປັນ​ຍາ​ປະ​ດິດ (AI), ເສດ​ຖະ​ກິດ​ດີ​ຈີ​ຕອນ, ພະ​ລັງ​ງານ, ບໍ່​ແຮ່​ທີ່​ຈຳ​ເປັນ, ພັດ​ທະ​ນາ​ລະ​ບົບ​ສະ​ໜອງ​ແບບ​ຍືນ​ຍົງ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ພ້ອມ​ທັງ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ຂອງ ອ​າ​ຊຽນ ແລະ ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.