ບັນດາປະເທດ ອາຊຽນ ພວມຍູ້ແຮງການຮ່ວມມືດ້ານປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ, ການສໍ້ໂກງອອນລາຍ ແລະ ການຄ້າມະນຸດ, ໃນສະພາບການບັນດາເຄືອຂ່າຍອາດຊະຍາກຳທີ່ນັບມື້ນັບສວຍໃຊ້ເຕັກໂນໂລຢີເພື່ອເປີດກວ້າງການເຄື່ອນໄຫວຂ້າມຊາຍແດນ. ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນຄັ້ງທີ 20(AMMTC 20), ທີ່ໄດ້ດຳເນີນໃນວັນທີ 21 ຕຸລາ ຢູ່ນະຄອນ Makati, Philippines, ທ່ານ onvic Remulla ລັດຖະມົນຕີກະຊວງພາຍໃນ ແລະ ອຳນາດການປົກຄອງທ້ອງຖິ່ນ ຟີລິບປິນ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຫັນບັນດາມາດຕະການຮັບມືກັບອາດຊະຍາກຳທີ່ນັບມື້ນັບ ແນບນຽມໃຫ້ເປັນທັນສະໄໝ. ຕາມທ່ານແລ້ວ, ການສໍ້ໂກງອອນໄລ, ການຟອກເງິນ ແລະ ການຄ້າຂາຍຢາເສບຕິດ ມີສ່ວນກ່ຽວຂ້ອງກັນຫຼາຍ, ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການປະສານສົມທົບກັນເພື່ອປົກປ້ອງປະຊາຊົນ.
