ກອ​ງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ອາ​ຊຽນ - ລັດ​ເຊຍ ຄົບ​ຮອບ 35 ປີ, ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 17 – 18 ມິ​ຖຸ​ນາ ຢູ່​ນະ​ຄອນ Kazan, ສະ​ຫະ​ພັນ ລັດ​ເຊຍ ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​ຍຸດ​ທະ​ສາດ 4 ສະ​ບັບ, ໃນ​ນັ້ນ ມີ​ຖະ​ແຫຼງ​ການ Kazan 2026 ແລະ ແຜນ​ການ​ເຄື່ອນ​ໄຫວໄລ​ຍະ 2026 – 2030, ແນ​ໃສ່​ກຳ​ນົດ​ ແລະ ຍົກ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ, ພະ​ລັງ​ງານ ແລະ ເສດ​ຖະ​ກິດ.

ວົງ​ການ​ນັກ​ຊ່ຽວ​ຊານ ລັດ​ເຊຍ ໄດ້​ຕີ​ລາ​ຄາ​ສູງ​ເຫດ​ການ​ນີ້ ໃນ​ການ​ຊຸກ​ຍູ້ທ່າ​ອ່ຽງ​ຫັນ​ເປັນ​ຫຼາຍ​ສົ້ນ, ​ຫັນ​ເປັນປອດ USD, ຊຸກ​ຍູ້ການ​ຄ້າ ແລະ​ ການ​ເຊື່ອມ​ຕໍ່​ ມະ​ຫາ ອາ​ຊີ - ເອີ​ຣົບ, ພ້ອມ​ທັງ​ຢັ້ງ​ຢືນ​ບົດ​ບາດ​ຂອງ ລັດ​ເຊຍ ໃນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ພະ​ລັງ​ງານ​ໃນ​ພາກ​ພື້ນ.

ຕາມ​ທ່ານ Tatyana Kosacheva ນັກ​ວິ​ທະ​ຍາ​ສາດ​ການ​ເມືອງ ແລ້ວ, ຖະ​ແຫຼງ​ການ Kazan ປ່ຽນ​ແປງ​ທາດ​ແທ້​ຂອງ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື ລັດ​ເຊຍ - ອາ​ຊຽນ ໂດຍ​ພື້ນ​ຖານ, ຫັນ​ຈາກ​ຮູບ​ແບບ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ໄປ​ສູ່​ຮູບ​ແບບ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ. ສິ່ງ​ນີ້​ຊ່ວຍຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຢູ່​ທັງ​ສອງ​ຝ່າຍ ແລະ ເຮັດ​ໃຫ້​ການ​ລົງ​ທຶນ​ໂດຍ​ກົງ ມີ​ຄວາມ​ປອດ​ໄພ​ກວ່າ.