ໃນ​ຖະ​ແຫຼງ​ການ​ຮ່ວມ​ທີ່​ໄດ້ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ທີ່​ດຳ​ເນີນ​ຢູ​່ Manila (ຟີ​ລິບ​ປິນ) ​ໃນວັນ​ທີ 23 ກໍ​ລະ​ກົດ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຜ່ານ​ບັນ​ດາ​ຊ່ອງ​ແຄບ​ທະ​ເລ​ສາ​ກົນ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ, ກໍ​ຄື​ຮັບ​ປະ​ກັນ​ໃຫ້ການ​ເຄື່ອນ​ໄຫວ​ຈະ​ລາ​ຈອນ​ຜ່ານ​ບັນ​ດາ​ເສັ້ນ​ທາງ​ເດີນ​ທະ​ເລ​ສາ​ກົນ​​ໃຫ້​ລຸ​ລ່ວງ, ໃນ​ນັ້ນ​ມີ​ຊ່ອງ​ແຄບ​ທະ​ເລ Hormuz.

ອາ​ຊຽນ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ຜົນ​ກະ​ທົບ​ຈາກ​ການ​ປ​ະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ, ພິ​ເສດ​ແມ່ນ​ສຳ​ລັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ພາກ​ພື້ນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຈົ່ງ​ລະ​ງັບ​ໃຈ, ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ ແລະ ແກ້​ໄຂ​ກາ​ນ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ. ຖະ​ແຫຼງ​ການ​ຮ່ວມ​ກໍ​ໄດ້​ເຕື້ອງ​ເຖິງ​ເລື່ອງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ຕໍ່​​ຜົນ​ກະ​ທົບ​ຈາກ​ພາຍ​ນອກ.