ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIII (ພາບ: quochoi.vn) |
ໃນອາທິດນີ້, ສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບຮ່າງກົດໝາຍຕ່າງໆ, ເຊິ່ງລວມມີ: ກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ); ກົດໝາຍວ່າດ້ວຍນໍ້າມັນອາຍແກັດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ. ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິຫຼາຍສະບັບ, ເປັນໜ້າສົນໃຈແມ່ນ ມະຕິວ່າດ້ວຍການຊັກຖາມ ແລະ ຕອບຄຳຊັກຖາມ ແລະ ມະຕິຂອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

