ໃນທ້າຍເດືອນນີ້, ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken ຈະພົບປະກັບທ່ານຮອງປະທານຄະນະກຳມະການເອີຣົບ Margrethe Vestager ແລະ ບາງເຈົ້າໜ້າທີ່ຂັ້ນສູງຂອງອົງການນີ້ ຢູ່ ຊູແອັດ. ການພົບປະດັ່ງກ່າວຖືກດຳເນີນໃນຂອບເຂດຂອງກອງປະຊຸມຄັ້ງທີ 4 ຂອງ ສະພາການຄ້າ ແລະ ເຕັກໂນໂລຢີ ອີຢູ - ອາເມລິກາ.
ຕາມສຳນັກຂ່າວສານສາກົນຈຳນວນໜຶ່ງແລ້ວ, ພາຍຫຼັງການພົບປະດັ່ງກ່າວ, ຄາດວ່າ ອາເລິກາ ແລະ ອີຢູ ຈະອອກຖະແຫຼງການຮ່ວມດ້ວຍເນື້ອໃນ: ໃຫ້ຄຳໝັ້ນສັນຍາຮ່ວມເຄື່ອນໄຫວ ເພື່ອຮັບມືກັບທຸກຄວາມວິຕົກກັງວົນ ກ່ຽວກັບການເຄື່ອນໄຫວທີ່ບໍ່ແມ່ນຕະຫຼາດ ແລະ ນາບຂູ່ເສດຖະກິດຂອງຈີນ ກໍຄືສົມທົບກັນຄວບຄຸມການສົ່ງອອກ ຈິບເຄິ່ງຊັກນຳໄຟຟ້າ ແລະ ສິນຄ້າລະອຽດອ່ອນປະເພດອື່ນໆໄປຍັງປະເທດນີ້. ຮ່າງຖະແຫຼງການຮ່ວມ ອີຢູ - ອາເມລິກາ ກໍໃຫ້ຮູ້ວ່າ ສອງຝ່າຍພວມຊັ່ງຊາທຸກມາດຕະການຮັບມືກັບໄພນາບຂູ່ຈາກນະໂຍບາຍ ແລະ ການເຄື່ອນໄຫວທີ່ບໍ່ແມ່ນຕະຫຼາດຂອງ ຈີນ ໃນຂົງເຂດອຸປະກອນການແພດ.
ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ
