ໃນການໃຫ້ສຳພາດທາງໂທລະສັບກັບໜັງສືພິມ Financial Times ໃນວັນທີ 03 ພະຈິກ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາໃຫ້ຮູ້ວ່າ, ປະຈຸບັນກອງທັບປະເທດນີ້ຍັງບໍ່ທັນມີແຜນການບຸກໂຈມຕີ ອີຣານ ໃນທັນທີ ແລະ ເບິ່ງຄືວ່າ ອາເມລິກາ ພວມບັນລຸໄດ້ທຸກສິ່ງທຸກຢ່າງດັ່ງທີ່ຄວາມຫວັງຂອງຕົນໃນການປະທະກັນກັບ ອີຣານ. ທ່ານປະທານາທິບໍດີ ອາເມລິກາ ສະແດງຄວາມເພິງພໍໃຈຕໍ່ສະພາບການປະເຊີນໜ້າໃນປະຈຸບັນລະຫວ່າງ ອາເມລິກາ ແລະ ອີຣານ, ແລະ ຖືວ່າ ວໍຊິງຕັນ ພວມບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ. ເມື່ອຕອບຄຳຖາມກ່ຽວກັບສັນຍາຈາກທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາເອນ ທີ່ກ່ຽວຂ້ອງເຖິງຄວາມສາມາດດຳເນີນການບຸກໂຈມຕີໃນທ້າຍອາທິດນີ້, ທ່ານDonald Trump, ຢືນຢັນວ່າ ອາເມລິກາ ພ້ອມທີ່ຈະມີການກະທຳຖ້າມີຄວາມຈຳເປັນ, ແຕ່ອາດຈະບໍ່ມີເຫດຜົນເພື່ອເຮັດຄືແນວນັ້ນ.
ສິ່ງທີ່ໜ້າສົນໃຈແມ່ນ, ທ່ານ Donald Trump ຢືນຢັນວ່າ ບັນດາການເຈລະຈາທາງອ້ອມລະຫວ່າງ ອາເມລິກາ ແລະ ອີຣານ ຍັງສືບຕໍ່ດຳເນີນໄປ.
