|
(ພາບປະກອບຈາກ AFP) |
ຖະແຫຼງການຂອງ ທຳນຽບຂາວ ເນັ້ນໜັກວ່າ: “ທ່ານປະທານາທິບໍດີ Donald Trump ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ປະເທດ ອາເມລິກາ ຈະຖອນອອກຈາກສັນຍານີ້, ເວັ້ນເສຍກໍລະນີທີ່ພວກຂ້າພະເຈົ້າອາດສາມາດເຂົ້າຮ່ວມຄືນໃໝ່ດ້ວຍບັນດາມາດຕາທີ່ມີຜົນປະໂຫຍດຕໍ່ປະເທດຊາດຫຼາຍກ່ວາ”. ຖະແຫຼງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ ໃນວັນດຽວກັນ, ໜັງສືພິມ Wall Street Journal ໄດ້ໃຫ້ຂ່າວວ່າ, ທ່ານ Miguel Arias Canete, ກຳມະການເອີລົບ ຮັບຜິດຊອບການກະທຳກ່ຽວກັບດິນຟ້າອາກາດ ແລະ ພະລັງງານ ກ່າວຄຳເຫັນທີ່ກອງປະຊຸມຢູ່ ການາດາ ທີ່ວ່າ ປະເທດ ອາເມລິກາ ຈະບໍ່ຖອນອອກຈາກສັນຍາ ປາຣີ.

