ທ່ານປະທານາທິບໍດີຮັບຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ ອາເມລິກາ Donald Trump(ພາບ: The Detroit News/TTXVN)
|
ກຸ່ມມອບ - ຮັບສິດອຳນາດຂອງທ່ານປະທານາທິບໍດີຮັບຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ ອາເມລິກາ Donald Trump ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບທຳນຽບຂາວ, ຜ່ານນັ້ນ ເລີ່ມດຳເນີນການມອບ - ຮັບສິດອຳນາດກັບອຳນາດການປົກຄອງໃນປະຈຸບັນຂອງທ່ານປະທານາທິບໍດີ Joe Biden ພາຍຫຼັງຖືກໂຈະໄວ້ເປັນເວລາຫຼາຍອາທິດ.
ຕາມແຈ້ງການຂອງທ່ານນາງ Susie Wiles, ຜູ້ໄດ້ຮັບການສະເໜີຮັບດຳລົງຕຳແໜ່ງຫົວໜ້າຫ້ອງວ່າການທຳທຽບຂາວແລ້ວ, ບາດກ້າວດັ່ງກ່າວອະນຸຍາດໃຫ້ບັນດາຜູ້ໄດ້ສະເໜີເຂົ້າເປັນສະມາຊິກຂອງລັດຖະບານຂອງທ່ານປະທານາທິບໍດີຫາກໍ່ຮັບໄຊຊະນະ Donald Trump ເລີ່ມຕົ້ນປະຕິບັດບັນດາວຽກງານກະກຽມສຳຄັນ, ກໍຄືສຳເລັດວິວັດການມອບ - ຮັບສິດອຳນາດໂດຍມີຄວາມລະບຽບຮຽບຮ້ອຍ. ກຸ່ມຂອງທ່ານ Trump ຈະເຮັດວຽກໂດຍກົງກັບບັນດາອົງການສະຫະລັດ ແລະ ສຳຜັດກັບເອກະສານຂອງບັນດາກະຊວງ, ຂະແໜງການ.

