ນີ້ແມ່ນການກະທຳຜິດປົກກະຕິ ເມື່ອສະພາແຫ່ງຊາດມີການກະທຳກ່ອນເວລາສິ້ນສຸດປີການເງິນໃນວັນທີ 30 ສິງຫາ ເປັນເວລາ 2 ເດືອນ. ຕາມປົກກະຕິ, ບັນດາຮ່າງກົດໝາຍວ່າດດ້ວຍການໃຊ້ຈ່າຍຊົ່ວຄາວພຽງແຕ່ໄດ້ຮັບຮອງເອົາໃນເວລາໃກ້ຈະຮອດມື້, ຊຳບໍ່ໜຳກ່ອນກຳນົດເວລາຊຸດທ້າຍພຽງ 2 -3 ຊົ່ວໂມງ ກ່ອນທີ່ລັດຖະບານມີຄວາມສ່ຽງຕ້ອງປິດປະຕູ. ການປ່ອນບັດຈັດຂຶ້ນໃນສະພາບບັນດາສະມາຊິກສະພາສູງຢາກປະຕິບັດສຳເລັດເນື້ອໃນນິຕິກຳສຳຄັນໃຫ້ສຳເລັດ ກ່ອນທີ່ເດີນທາງອອກຈາກ ວໍຊິງຕັນ ໃນສະພາບກ້າວເຂົ້າສູ່ເວລາພັກແລ້ງເປັນ 5 ອາທິດ.
ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດດ້ວຍການໃຊ້ຈ່າຍຊົ່ວຄາວ, ຫຼີກລ່ຽງຄວາມສ່ຽງລັດຖະບານຖືກປິດປະຕູ
[VOVWORLD] - ວັນທີ 08 ສິງຫາ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍຊົ່ວຄາວ ດ້ວຍບັດເຫັນດີຢ່າງຂາດຂັ້ນ 90 ບັດ, ບັດຄ້ານ 6 ບັດ, ເພື່ອແນໃສ່ຮັກສາການເຄື່ອນໄຫວຂອງບັນດາອົງການສະຫະລັດຮອດຕົ້ນເດືອນທັນວາ ແລະ ຫຼີກລ່ຽງເລື່ອງລັດຖະບານຕ້ອງປິດປະຕູກ່ອນຈັດການເລືອກຕັ້ງກາງສະໄໝ.
