|
(ພາບ:THX/AFP/TTXVN) |
ກະຊວງການຕ່າງປະເທດຈີນ ໃຫ້ຮູ້ເມື່ອວັນທີ 06 ພຶດສະພາວ່າ ທ່ານ ຢ໋າງເຈ໋ຍຈື໋ - ທັງເປັນຫົວໜ້າເລຂາຄະນະກຳມະການວຽກງານພົວພັນຕ່າງປະເທດສູນກາງ, ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງອາເມລິກາ - ຈີນ ພວມຢູ່ໃນໄລຍະສຳຄັນທີ່ສຸດ, ສອງຝ່າຍຕ້ອງປະຕິບັດຄວາມເຫັນດີເຫັນພ້ອມທີ່ສຳຄັນລະຫວ່າງການນຳສອງປະເທດຢ່າງເຂັ້ມງວດ, ພ້ອມທັງເພີ່ມທະວີການພົວພັນແລກປ່ຽນສອງຝ່າຍຂັ້ນສູງສຸດ ກໍຄືບັນດາຂັ້ນຕ່າງໆອີກດ້ວຍ.
ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Mike Pompeo ຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍຢ່າງ; ພ້ອມທັງຢືນຢັນວ່າ ອາເມລີກາຖື ການພົວພັນກັບຈີນເປັນສຳຄັນ ແລະ ພ້ອມແລ້ວທີ່ຈະຮັກສາການຕິດຕໍ່ພົວພັນ ແລະ ຮ່ວມມືກັບຈີນຢ່າງແໜ້ນແຟ້ນ ເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ.
ເມື່ອປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ, ທ່ານ ຢ໋າງເຈ໋ຍຈື໋ ໄດ້ເນັ້ນໜັກເຖິງຫຼັກໝັ້ນຂອງຈີນກ່ຽວກັບການສ້າງແຫຼມເກົາຫຼີປອດນິວເຄຼຍ, ສັນຕິພາບ ແລະສະຖຽນລະພາບ, ກໍຄືການແກ້ໄຂບັນຫາຜ່ານການເຈລະຈາ ແລະ ປຶກສາຫາລື. ຕາມນັ້ນແລ້ວ, ປັກກິ່ງຫວັງວ່າ ທຸກຝ່າຍສາມາດພິຈາລະນາວິທີການສຳຜັດພ້ອມໆກັນ ໂດຍການສະເໜີຂອງຈີນ, ລວມທັງຊຸກຍູ້ການສ້າງແຫຼມເກົາຫຼີປອດນິວເຄຼຍ ພ້ອມກັບການສ້າງກົນໄກສັນຕິພາບອີກດ້ວຍ.

