ວັນ​ທີ 22 ກັນຍາ, ຢູ່ນອກວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81 ທີ່ ນິວຢອກ, ອາ​ເມ​ລິ​ກາ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພ້ອມກັບ ທ່ານນາງ Mette Frederiksen, ນາຍົກລັດຖະມົນຕີ ແດນມາກ ແລະ ທ່ານ Jens-Frederik Nielsen ​ຜູ້​ວ່າ​ການ​ລັດ ກຣີນແລນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ ວໍຊິງຕັນ ເພີ່ມທະ​ວີ​ການ​ມີ​ໜ້າ​ດ້ານການທະຫານ​ຢູ່ ກຣີນແລນ, ຜ່ານນັ້ນ ກໍ່ອາດ​ຈະແກ້ໄຂ​ສະ​ພາບການບໍ່​ມີ​ທາງ​ອອກ​ກ່ຽວ​ຂ້ອງ​ເຖິງ​ເກາະທີ່​ມີແຮ່ທາດອຸດົມສົມບູນ ແລະ ມີ​ທີ່ຕັ້ງຍຸດທະສາດນີ້.

ກ່າວ​ຄຳ​ເຫັນກ່ອນ​ຈັດພິທີລົງນາມ, ​ທ່ານປະທານາທິບໍດີ Trump ໄດ້​ຖະ​ແຫຼງວ່າ ຂໍ້ຕົກລົງດັ່ງກ່າວ ໄດ້ນຳ​ "​ສິດຄວບຄຸມ​​ຍາວ​ນານສຳລັບຄວາມໝັ້ນຄົງ ແລະ ​ທຸກຄວາມຕ້ອງການອື່ນໆຢູ່​ເຂດດິນແດນນີ້" ມາ​ໃຫ້ ອາ​ເມ​ລິ​ກາ.

ເຖິງຢ່າງໃດກໍ່ຕາມ, ຕາມຝ່າຍ ແດນມາກ, ຂໍ້ຕົກລົງດັ່ງກ່າວບໍ່ໄດ້ໝາຍຄວາມ​ວ່າ ກຣີນແລນ ມອບໂອນອະທິປະໄຕໃຫ້ແກ່ ອາ​ເມ​ລິ​ກາ. ຂໍ້ຕົກລົງຍັງຕ້ອງຜ່ານ​ບັນ​ດາ​ລະ​ບຽບ​ການທີ່ຈຳເປັນ​ຢູ່​ສະ​ພາ​ແຫ່ງ​ຊາດ ​ແດນມາກ ແລະ ອົງ​ການນິຕິບັນຍັດ ກຣີນແລນ ກ່ອນທີ່ຈະສາມາດປະຕິບັດໄດ້.