ວັນ​ທີ 02 ສິງ​ຫາ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງ ວໍ​ໍ​ຊິງ​ຕັນ ແລະ ເຕ​ເຮ​ຣານ ເລີ່ມ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 03 ສິງ​ຫາ (ຕ​າມ​ເວ​ລາ​ທ້ອງ​ຖິ່ນ), ໃນ​ສະ​ພາບ​ທີ່​ທັງ 2 ຝ່າຍ​ພວມ​ຊອກ​ຫາ​ຂໍ້​ຕົກ​ລົງ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ.

ການ​ນຳ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ຊະ​ອຸ​ດີ ອາ​ຣັບ​ບີ, ບັນ​ດາປະ​ເທດສະ​ຫະ​ລັດ​ ອາ​ຣັບ​ ເອັ​ມມີ​ເ​ຣດ (UAE) ແລະ ອີ​ຣານ ລ້ວນ​ແຕ່​ສະ​ເໜີ​ໃຫ້​ ອາ​ເມ​ລິ​ກາ ສະ​ຫງວນ​ເວ​ລາ​ຕື່ມ​ອີກ​ໃຫ້​ແກ່​ການ​ທູດ ຍ້ອນ​ເຊື່ອ​ໝັ້ນ​ວ່າ​ຍັງ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ. ຕາມ​ທ່ານແລ້ວ, ປະ​ຈຸ​ບັນ ວໍ​ຊິງ​ຕັນ ຍັງ​ພວມ​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ ເຕ​ເຮ​ຣານ, ແຕ່ກໍ່​ໃສ່​ໃຈ​ວ່າ ອີ​ຣານ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເປັນ​ຫຼາຍ​ຄັ້ງ ແຕ່ບໍ່​ແມ່ນ​ຍາມ​ໃດ​ກໍ່​ປະ​ຕິ​ບັດ​ຖືກ​ຕາມ​ສິ່ງ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ.

ສ່ວນ​ຝ່າຍ ເຕ​ເຮ​ຣານ, ໃນ​ວັນ​ດຽວ​ກັນ, ທ່ານ Masoud Pezeshkian, ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ໄດ້​ຮຽກ​ຮ​້ອງ​ໃຫ້ ອາ​ເມ​ລິ​ກາ ປະ​ຕິ​ບັດ​ຕາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ທີ່​ໄດ້​ລົງ​ນາມ​ລະ​ຫວ່າງ 2 ປະ​ເທດ, ພ້​ອມ​ກັນ​ນັ້ນ ກໍ່ຢືນ​ຢັນ​ວ່າ ເອ​ກະ​ສານນີ້​ຈະ​ແມ່ນ​ພື້ນ​ຖານ​ໃຫ້​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ອີ​ຣານ ໃນ​ອະ​ນາ​ຄົດ.