ບັນດາແຫຼ່ງຂ່າວໃຫ້ຮູ້ວ່າ ມີ 3 ເນື້ອໃນຈະໄດ້ສຸມໃສ່ປຶກສາຫາລືໃນຮອບເຈລະຈາທີ່ຈະມາເຖິງແມ່ນ ຍົກເລີກຄຳສັ່ງລົງໂທດ, ປ່ອຍຊັບສິນທີ່ຖືກອາຍັດ ແລະ ໂຄງການນິວເຄຼຍຂອງ ອີຣານ.
ກ່ຽວກັບບັນຫາຊ່ອງແຄບທະເລ Hormuz, ກ່າວຄຳເຫັນທີ່ເວທີປາໄສສັນຕິພາບໂລກ ທີ່ຈັດຂຶ້ນຢູ່ ປັກກິ່ງ, ຈີນ ໃນວັນທີ 04 ກໍລະກົດ, ທ່ານ Rahmani Fazli, ເອກອັກຄະລັດຖະທູດ ອີຣານ ປະຈຳ ຈີນ ເນັ້ນໜັກວ່າ ຊ່ອງແຄບທະເລ Hormuz ແມ່ນສ່ວນໜຶ່ງຂອງເຂດນ່ານທະເລຂອງ ອີຣານ. ສະນັ້ນ, ເຕເຮຣານ ຈະເກັບຄ່າການບໍລິການທີ່ກ່ຽວຂ້ອງຈຳນວນໜຶ່ງຂອງບັນດາກຳປັ່ນໄປຜ່ານ ຕາມມາດຕະຖານສາກົນ ເພື່ອຈຸດປະສົງເບີກຈ່າຍບັນດາລາຍຈ່າຍປະຈຳ, ຄື: ການຮັບປະກັນຄວາມໝັ້ນຄົງໃນການເດີນທະເລ, ຊີ້ພາທາງ ແລະ ປົກປັກຮັກສາສິ່ງແວດລ້ອມ…
