ວັນ​ທີ 23 ພຶດ​ສະ​ພາ, ວົງ​ການ​ເຈົ້າ​ໜ້າ​ທີ່ ອີ​ຣານ ແລະ ປາ​ກິດ​ສະ​ຖານ ພ້ອມ​ກັນ​ແຈ້ງວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ - ອີ​ຣານ ທີ່​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ, 2 ຝ່າຍ​ນັບ​ມື້​ນັບ​ກ້າວເຂົ້າ​ໃກ້​ກັບ​ຂໍ້​ຕົກ​ລົງ​ຢຸ​ດ​ຕິ​ການ​ປະ​ທະ​ກັນ​ກວ່າ.

ກ່າວ​ຄຳ​ເຫັ​ນ​ໃນ​ຊ່ອງ​ໂທ​ລະ​ພາບ​ແຫ່ງ​ລັດ ອີ​ຣານ, ທ່ານ Esmaeil Baqaei, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ຢືນ​ຢັນ​ວ່າ ບັນ​ດາ​ຝ່າຍ​ພວມ​ຢູ່ໃນ​ໄລ​ຍະ​ເປັນ​ເອ​ກະ​ພາບ​ສຸດ​ທ້າຍ​ກ່ຽວ​ກັບ​ບົດ​ບັນ​ທຶກ​ຊ່ວຍ​ຈຳ 14 ຂໍ້. ບັນ​ດາ​ເນື້ອ​ໃນ​ຫຼັກ​ລວມ​ມີ: ການສິ້ນ​ສຸດ​ສົງ​ຄາມ​ຢ່າງ​ສິ້ນ​ເຊ​ີງ, ຍົກ​ເລີກ​ການ​ປິດ​ລ້ອມກອງ​ທັບ​ເຮືອ ອາ​ເມ​ລິ​ກາ ແລະ ປົດປ່ອຍ​ບັນດາ​ຊັບ​ສົມ​ບັດທີ່​ຖືກອາຢັດ​ຂອງ ອີ​ຣານ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເຈົ້າ​ໜ້າ​ທີ່ ອີ​ຣານ ຍອມ​ຮັບ​ວ່າ ເຕ​ເຮ​ຣານ ແລະ ວໍ​ຊິງ​ຕັນ ຍັງ​ບໍ່​ທັນ​ເປັນ​ເອ​ກະ​ພາບ​ທິດ​ທາງ​ລວມ​ກ່ຽວ​ກັບ​ຈຸດ​ເວ​ລາ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ດັ່ງ​ກ່າວ.

ໃນ​ຂະ​ນະ​ນັ້ນ, ເມື່ອ​ຕອບ​ສຳ​ພາດ​ຜ່ານ​ໂທ​ລະ​ສັບ​ກັບ​ວິ​ທະ​ຍຸ CBS ໃນ​ວັນ​ທີ 23 ພຶດ​ສະ​ພາ, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ແລະ ເຕ​ເຮ​ຣານ ພວມ “ກ້າວເຂົ້າ​ໃກ້” ຂໍ້​ຕົກ​ລົງໜຶ່ງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ຢືນ​ຢັນ​ວ່າ ຝ່າຍ ອາ​ເມ​ລິ​ກາ ພຽງ​ເຫັນ​ດີ​ກັບ​ຂໍ້​ຕົກ​ລົງ​ເຊິ່ງ​ໃນ​ນັ້ນ ​ບັນ​ລຸ​ໄດ້​ທຸກ​ສິ່ງ​ທີ່ ວໍ​ຊິງ​ຕັນ ຢາກ​ໄດ້, ພ້ອມ​ກັນ​ນັ້ນ ກໍ່ຢືນ​ຢັນ​ເປົ້າ​ໝາຍ​ຫຼັ​ກແຫຼ່ງຂອງ ອາ​ເມ​ລິ​ກາ ແມ່ນຮັບ​ປະ​ກັນ​ໃຫ້ ອີ​ຣານ ບໍ່​ສາ​ມາດ​ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ.