ວັ​ນ​ທີ 13 ມິ​ຖຸ​ນາ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ຄາດ​ວ່າ ຈະມີ​ຂໍ້​ຕົກ​ລົງ​ໜຶ່ງ​ກັບ ອີ​ຣານ ​ທີ່​ຈະ​ໄດ້​ລົງ​ນາ​ມ​ໃນ​ວັນ​ທີ 14 ມິ​ຖຸ​ນາ, ສ້າງ​ຂີດ​ໝາຍ​ເປັນ​ບາດ​ກ້າວ​ໃຫຍ່​ທີ່​ສຸດ​ໃນ​ການ​ເຈ​ລະ​ຈາທີ່​ເຄັ່ງ​ຕຶງ​ລະ​ຫວ່າງ 2 ຝ່າຍ​ມາເປັນ​ເວ​ລາ​ຫ​ຼາຍ​ເດືອນ. ໃນ​ບົດ​ຂຽນ​ທີ່​ໄດ້​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ຼ Truth Social, ທ່ານ Donald Trump ໃຫ້​ຮູ້​ວ່າ ​ຄາດ​ວ່າ ຂໍ້​ຕົກ​ລົງຈະ​ໄດ້​ລົງ​ນາ​ມ​ໃນ​ວັນ​ທີ 14 ມິ​ຖຸ​ນາ ແລະ ຊ່ອ​ງ​ແຄບ​ທະ​ເລ Hormuz ຈະ​ໄດ້​ຮັບການເປີດ​ປ​ະ​ຕູ​ຢ່າງ​ສົມ​ບູນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ເດີນ​ທະ​ເລ​ສາ​ກົນ​ຫຼັງ​ຈາກນັ້ນໃນທັນທີ. ທ່ານບໍ່​ເຜ​ີຍ​ລາຍ​ລະ​ອຽດ​ຂອງ​ຂໍ້​ຕົກ​ລົງ, ແຕ່​ໃຫ້​ຮູ້​ວ່າ ເອ​ກະ​ສານນີ້​ຈະ​ສະ​ກັດ​ກັ້ນ​ເລື່ອງ ອີ​ຣານ ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ​ໂດຍບໍ່​ວ່າ​ໃນຮູບ​ແບບ​ໃດ.

ສ່ວນ​ທ່ານ Esmaeil Baqaei, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ້​ຮູ້​ວ່າ, ຄວາມ​ສາ​ມາດ 2 ຝ່າຍ​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ແນ​ໃສ່​ຢຸດ​ຕິ​ການ​ປ​ະ​ທະ​ກັນ​ໃນ​ຊຸມມື້​ທີ່​ຈະ​ມາ​ເຖິງ​ແມ່ນ​​ສິ່ງທີ່ບໍ່ອາດຍົກເວັ້ນ, ແຕ່​ໃ

​ເວ​ລາທີ່ແນ່ນອນ ແມ່ນ​ຍັງ​ບໍ່​ທັນ​ໄດ້ຮັບການກຳ​ນົດ​​​ເທື່ອ. ຕາມ​ທ່ານ​ແລ້ວ, ແຜນ​ການທີ່​ເອ​ກະ​ສານ​ຈະໄດ້​ລົງ​ນາມ​ໃນ​ວັນ​ທີ 14 ມິ​ຖຸ​ນາ ແມ່ນ​ຍາກ​ທີ່​ຈະ​ເກີດ​ຂຶ້ນ.